ໄຂກອງປະຊຸມສຸດຍອດບັນດາເປົ້າໝາຍພັດທະນາແບບຍືນຍົງ

(VOVWORLD) -   ກ່າວຄໍາເຫັນໄຂກອງປະຊຸມສຸດຍອດກ່ຽວກັບບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ໃນວັນທີ 24 ກັນຍາ, ຢູ່ນິວຢອກ ປະເທດ ອາເມລິກາ, ທ່ານເລຂາທິການໃຫຍ່ ສປຊ Antonio Gutteres ໄດ້ຮຽກຮ້ອງໂລກ ຄວນມານະພະຍາຍາມກວ່າອີກ ເພື່ອຫັນບັນດາເປົ້າໝາຍທີ່ໄດ້ວາງອອກໃນໂຄງການດໍາເນີນງານຮອດປີ 2030 ໃຫ້ປະກົດຜົນເປັນຈິງ.
ໄຂກອງປະຊຸມສຸດຍອດບັນດາເປົ້າໝາຍພັດທະນາແບບຍືນຍົງ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Gutteres (ພາບ: THX/TTXVN)

  ທ່ານເລຂາທິການໃຫຍ່ ສປຊ ໄດ້ກ່າວເຕືອນວ່າ ໂລກຍັງບໍ່ທັນບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກ, ໂດຍສະເພາະແມ່ນໃນບັນຫາຢຸດຕິບັນດາການປະທະກັນທີ່ກໍ່ຄວາມລົ້ມຕາຍ, ວິກິດການປ່ຽນແປງຂອງດິນຟ້າອາກາດ, ການໃຊ້ຄວາມຮຸນແຮງທາງເພດ ແລະ ຄວາມບໍ່ສະເໝີພາບລະຫວ່າງຍິງຊາຍ. ເພາະສະນັ້ນ ຄວນກະທໍາ ເພື່ອປ່ຽນແປງສະພາບການດັ່ງກ່າວ.

        ທ່ານ Tijjani Muhammed – Bande ປະທານ ສະມັດຊາໃຫຍ່ ຄົນໃໝ່ ຂອງ ສປຊ ພວມຄອງຄອຍວ່າ ກອງປະຊຸມສຸດຍອດທີ່ດໍາເນີນໃນວັນທີ 24 – 25 ກັນຍາ ນີ້ ຈະຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການກະທໍາເພື່ອການພັດທະນາແບບຍືນຍົງ. ຖະແຫຼງການດັ່ງກ່າວ ຈະສະແດງໃຫ້ເຫັນຄໍາໝັ້ນສັນຍາຂອງບັນດາປະເທດສະມາຊິກ ສປຊ ພ້ອມແລ້ວທີ່ຈະປະກອບສ່ວນດ້ານການເງິນ, ປັບປຸງລະບົບຂໍ້ກໍານົດ, ກົດໝາຍຂອງຕົນ ເພື່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ.


ຕອບກັບ

ຂ່າວ/ບົດ​ອື່ນ