ໄຂກອງປະຊຸມສຸດຍອດພາກພື້ນອາເມລິກາລາຕີນແລະກາຣີເບ(CELAC)2

ໄຂກອງປະຊຸມສຸດຍອດພາກພື້ນອາເມລິກາລາຕີນແລະກາຣີເບ(CELAC)2 - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງ​ປະຊຸມ CELAC 2
ພາບ:baomoi.com

(vovworld)-  ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ CELAC 2 ພວມ​ດຳ​ເນີນ​ໄປ​ຢູ່​ນະຄອນຫລວງ ລາ​ຮາ​ວານ ປະ​ເທດ ກູ​ບາ ​ໃນ​ວັນ​ທີ 28/1, ທ່ານ​ປະທານ​ປ​ະ​ເທດ ກູ​ຍບາ Raul Castro ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ ​ເພີ່ມ​ທະ​ເວີ​ຄວາມ​ເປັນ​ເອກະ​ພາບ​ຂອງ​ທັງ​ກຸ່ມ ​ແລະ ​ເນັ້ນ​ຫນັກ​​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ການ​ສ້າງ​ພາກ​ພື້ນ​ສັນຕິພາບ ​ແລະ ສະຖຽນລະ​ພາບ​ເພື່ອ​ພ້ອມ​ກັນ​ພັດທະນາ.

        ກອງ​ປະຊຸມ​ດຳ​ເນີນ​ໄປ​ໃນ​ວັນ​ທີ 28 ​​-29/1. ​ໃນ​ມື້​ທຳ​ອິດ, ບັນດາ​ປະ​ເທດ​ສະມາຊິກ ພ້ອມ​ກັນ​ລົງ​ນາມ​ໃນ​ຖ​ະ​ແຫລ​ງການ ກ່ຽວ​ກັບ​ບັນດາ​ບັນຫາ​ຕ້ານ​ການ​ອຶດຫິວ​ທຸກ​ຍາກ​ຕະຫລອດ​ຮອດການ​ຫລຸດ​ຜ່ອນ​ກຳລັງ​ອາວຸດ ​ແລະ ທະຫານ. ວົງ​ການ​ນັກ​​ໄຈ້​ແຍກຖື​ວ່າ: ກອງ​ປະຊຸມ​ສຸດ​ຍອດ​ CELAC ຄັ້ງ​ນີ້ ຈະ​ສົ່ງ​ສັນຍານ​ຢ່າງ​ແຮງ​ເຖິງ​ອາ​ເມ​ລິ​ກາ ວ່າ: ພາກ​ພື້ນ ອາ​ເມ​ລິ​ກາ​ລາຕີ​ນ ຈະ​ບໍ່​ສືບ​ຕໍ່​ຮັບ​ຮູ້​ເລື່ອງ ກູ​ຍບາ ຖືກ​ຕົກ​ຢູ່​ໂດດດ່ຽວ ​ເຖິງ​ວ່າ ສິ່ງ​ດັ່ງກ່າວ​ຍາກ​ທີ່​ເຮັດ​ໃຫ້​ ອາ​ເມ​ລິ​ກາ ປ່ຽນ​ແປງ​ນະ​ໂຍບາຍ​ຂອງ ວໍ​ຊີງ​ຕັນ.

 

 

 

 

ຂ່າວ/ບົດ​ອື່ນ