ໄຂກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1

(VOVWORLD) - ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໄດ້ຕີລາຄາສູງຂໍ້ລິເລີ່ມຈັດກອງປະຊຸມ CLV.
ໄຂກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1 - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກ່າວຄຳເຫັນໄຂກອງປະຊຸມ
(ພາບ:VOV)

ຕອນເຊົ້າວັນທີ 5 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ໄດ້ໄຂກອງປະຊຸມສຸດຍອດສະພາແຫ່ງຊາດສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 1. ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນ 350 ທ່ານ ຊຶ່ງແມ່ນສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງສາມປະເທດ, ຜູ້ຕາງໜ້າບັນດາອົງການສາກົນ. ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ພ້ອມກັບຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໄດ້ຕີລາຄາສູງຂໍ້ລິເລີ່ມຈັດກອງປະຊຸມ CLV. ນີ້ແມ່ນຄັ້ງທຳອິດທີ່ການນຳຂັ້ນສູງສະພາແຫ່ງຊາດ ສາມປະເທດໄດ້ພິຈາລະນາ, ປຶກສາຫາລືກ່ຽວກັບການຮ່ວມມືຮອບດ້ານ, ພິເສດແມ່ນບັນດາໂຄງການຮ່ວມມື ແລະ ການລົງທຶນຂອງ ລັດຖະບານ 3 ປະເທດ, ກໍ່ຄືບັນດາໂຄງການໜູນຊ່ວຍຂອງສາກົນໃນເຂດ 3 ຫຼ່ຽມພັດທະນາ. ກອງປະຊຸມໄດ້ສະແດງຄວາມຕັດສິນໃຈຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດ 3 ປະເທດ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ.

ໄຂກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1 - ảnh 2ບັນດາຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມ

(ພາບ:VOV)

        ທີ່ກອງປະຊຸມຄົບຄະນະຄັ້ງທີ 1, ປະທານສະພາແຫ່ງຊາດ 3 ປະເທດ ກຳປູເຈຍ, ລາວ ແລະ ຫວຽນດາມ ຢັ້ງຢືນຄຳໝັ້ນສັນຍາສືບຕໍ່ເຮັດໃຫ້ການພົວພັນຮ່ວມມື ແລະ ຄູ່ຮ່ວມມືລັດຖະສະພາໃຫ້ເລິກເຊິ່ງກ່ວາອີກ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ, ສາມັກຄີ, ຊຸກຍູ້ການຮ່ວມມືຮອບດ້ານໃນທຸກຂົງເຂດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ເນັ້ນໜັກວ່າ:

        “ສະພາແຫ່ງຊາດ 3 ປະເທດ ຍິ່ງກ່ວາເວລາໃດໝົດຕ້ອງຮ່ວມແຮງຮ່ວມໃຈ, ປະກອບກຳລັງເຫື່ອແຮງ, ປະກອບສ່ວນປັບປຸງພື້ນຖານຄວາມໄວ້ເນື້ອເຊື່ອໃຈການເມືອງ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດ ກຳປູເຈຍ - ລາວ - ຫວຽດນາມ. ພວກເຮົາຕ້ອງເສີມຂະຫຍາຍພູມປັນຍາລວມໝູ່, ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ທາບທາມເຫັນລະຫວ່າງບັນດາອົງການສະເພາະກິດຂອງສະພາແຫ່ງຊາດ 3 ປະເທດໃນການສ້າງສຳເລັດ ລະບອບ, ປະກາດໃຊ້ບັນດານະໂຍບາຍກົດໝາຍໜູນຊ່ວຍໃຫ້ບັນດາລັດຖະບານພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ສະພາແຫ່ງຊາດ 3 ປະເທດເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ ແລະ ພາກພື້ນ, ພິເສດແມ່ນສະຫະພັນລັດຖະສະພາສາກົນ (IPU), ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (APPF), ສະມັດຊາລັດຖະສະພາ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ)”…

        ທີ່ກອງປະຊຸມ, ການນຳສະພາແຫ່ງຊາດ 3 ປະເທດໄດ້ເຫັນດີເປັນເອກະພາບ ສ້າງບາດກ້າວບຸກທະລຸໃນການຮ່ວມມືເສດຖະກິດ, ເພີ່ມທະວີການໜູນຊ່ວຍຊຶ່ງກັນ ແລະ ກັນ, ເຊື່ອມຕໍ່ລະຫວ່າງ 3 ພື້ນຖານເສດຖະກິດ CLV, ສ້າງເງື່ອນໄຂສະດວກພັດທະນາການທ່ອງທ່ຽວ, ສົ່ງເສີມຮູບແບບ “3 ປະເທດ - ຈຸດນັດພົບດຽວ”. ພິເສດ, ເອົາໃຈໃສ່ສະເໜີບັນດາລັດຖະບານສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ, ກຳປູເຈຍ, ລາວ ທີ່ດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກຢູ່ແຕ່ລະປະເທດ. ການນຳສະພາແຫ່ງຊາດ 3 ປະເທດເຫັນດີເປັນເອກະພາບ ເພີ່ມທະວີການສົມທົບ, ແລກປ່ຽນກ່ຽວກັບການຮັບຮອງເອົາບັນດາກົດໝາຍ ແລະ ການຮ່ວມມືກັບຄູ່ຮ່ວມມືທີ່ກ່ຽວຂ້ອງ ເຖິງສິ່ງແວດລ້ອມ, ຊັບພະຍາກອນນ້ຳ, ພິເສດແມ່ນການຄຸ້ມຄອງ ແລະ ນຳໃຊ້ ແຫຼ່ງນ້ຳຢູ່ແມ່ນ້ຳຂອງແບບຍືນຍົງ, ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ