ໄຂກອງປະຊຸມສູນກາງພັກຄັ້ງທີ 14 ຊຸດທີ 11

ໄຂກອງປະຊຸມສູນກາງພັກຄັ້ງທີ 14 ຊຸດທີ 11 - ảnh 1
ໄຂກອງປະຊຸມສູນກາງພັກຄັ້ງທີ 14 ຊຸດທີ 11
(ພາບ: VGP)

(vovworld) –​ ຕອ​ນ​ເຊົ້າ​ວັ​ນ​ທີ 11/01, ກອງ​ປະ​ຊຸມ​ຄັ້ງ​ທີ 14 ຄະ​ນະ​ບໍ​ລິ​ການ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຊຸດ​ທີິ 11 ​ໄດ້​ຖືຶກ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ ຢ່າງ​ສົມ​ກຽດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ ເປັນ​ປະ​ທານກອງ​ປະ​ຊຸມ ແລະ ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ. ທີ່​ກອງ​ປະ​ຊຸມ​ສູນ​ກາງ​ຄັ້ງ​ທີ 14, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ໄດ້​ປຶກ​ສາ​ຫາ​ລື ແລະ ຮັບ​ຮອງ​ເອົາ​ແຜນ​ນະ​ໂຍບ​າຍ​ລົງ​ນາ​ມ​ໃນ​ສົນ​ທິ​ສັນ​ຍາ​ຄູ່​ຮ່ວມ​​ມື​ຂ້າມ​ປ​າ​ຊີ​ຟິກ (TPP); ສືບ​ຕ​ໍ່​​​ປະ​ຕິ​ບັດວຽກ​ງານ​ບ​ຸກ​ຄະ​ລາ​ກອນ​ຄະ​ນະ​ບໍ​ລິ​ຫານງານ​ສູນ​ກາງ, ກົມ​ການ​ເມືອງ, ຄະ​ນະ​ເລ​ຂາສູນ​ກາງ​ຊຸດ​ທີ 12 ໃຫ້​​ສຳ​ເລັດ ແລະ ກະ​ກຽ​ມ​ບຸກ​ຄະ​ລາ​ກອນ​ການ​ນຳ​ຫຼັກ​ແຫຼ່​ງ​ຊຸດ​ທີ 12, ຮັບ​ຮອງ​ເ​ອົາ​ກາ​ນ​ຄາດ​ຄະ​ເນ​ບັ​ນ​ຊີ​ລາຍ​ຊື່​ຄະ​ນະ​ປະ​ທານ, ກ​ອງເລ​ຂາ, ຄະ​ນະກວດ​ກາ​ຄຸນ​ລັກ​ສະ​ນະ​ຜູ້​ແທນ​ຂອ​ງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12.

      ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ຊີ້​ແຈ້ງວ່າ: ພາຍ​ຫຼັງໄລ​ຍະ 5 ປີ​ແຫ່ງ​ການ​ເຈ​ລະ​ຈາ​ດ້ວຍ​ວາ​ລະ​ເຮັດ​ວຽກຂັ້​ນ​ວິ​ຊາ​ການ 30 ຄັ້ງ ແລະ ການ​ເຈ​ລະ​ຈາ​ຂັ້ນ​ລັດ​ຖະ​ມົນ​ຕີ 10 ຄັ້ງ, ວັນ​ທີ 05/10/2015, ຫວຽດ​ນາມ ແລະ 11 ປະ​ເທດ​ອາ​ຊີ​ປາ​ຊີ​ຟິກ ໄດ້​ອອກ​ຖະ​ແຫຼງ​ການ​ສິ້ນ​ສຸດ​ການ​ເຈ​ລະ​ຈາ TPP ຢ່າງ​ເປັນ​ທາ​ງ​ການ. ກ່ຽວ​ກັບ​ເລື່ອງ​ສືບ​ຕໍ່​ປະ​ຕິ​ບັດ​ວຽກ​ງານ​ບຸກ​ຄະ​ລາ​ກອນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ໃຫ້​ສຳ​ເລັດ​ນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ໃຫ້​ຮູ້​ວ່າ.

      “ພາຍ​ຫຼັງ​ກອງ​ປະ​ຊຸມ​ຄັ້ງ​ທີ 13, ບົນ​ພື້ນ​ຖານ​ໝາກ​ຜົນ​ຂອງ​ການ​ແນະ​ນຳ​ຂອງ​ຄະ​ນະ​ບ​ໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ຄຳ​ເຫັນ​ແນະ​ນຳ​ຂອງ​ບັນ​ດາ​ກຳ​ມະ​ການ​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​​ສູນ​ກາງຊຸດ​ທ​ີ 11, ອ​ະ​ນຸ​ກຳ​ມະ​ການ​ບຸກ​ຄະ​ລາ​ກອນ ແລະ ກົມ​ການ​ເມືອງ​ທີ່​ໄດ້​ປຶກ​ສາ​ຫາ​ລື, ຊັງ​ຊ້າ​ຢ່າງ​ລອບ​ຄອບ​ທີ່​ຖ້ວນ ແລະ ເປັນ​ເອ​ກະ​ພາ​ບ​​ໃນ​ການແນ​ະ​ນຳ​ບຸກ​ຄະ​ລາ​ກອນ​ການ​ນຳ​ຫຼັກ​ແຫຼ່ງ​​ຊຸດ​ທີ 12 ລວມມ​ີ​ບັນ​ດາ​ທ່ານ​ກຳ​ມະ​ການ​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ຊຸດ​ທີ 11 ມີ​ມາດ​ຖານ, ເງື່ອນ​ໄຂ, ໃນ​ເກນ​ອາ​ຍຸຢ່າງ​ພຽງ​ພໍ ແລະ ​ໃນກ​ໍ​ລະ​ນ​ີ “ພິ​ເສດ” ​ສືບ​ຕໍ່ຮັບ​ດຳ​ລົງ​ຕຳ​ແໜ່ງ​ຄືນ​ໃໝ່ໃນຊຸດ​ທີ 12. ສະ​ເໜີ​ສູນ​ກາງ​ຄົ້ນ​ຄວ້າ​ໃບ​ສະ​ເໜີຂ​ອງ​ກົ​ມ​ການ​ເມືອ​ງ​ຢ່າງ​ລອບ​ຄອບ​ທີ່​ຖ້ວນ, ປຶກ​ສາ​​ຫາ​ລື​ປະ​ກອບ​ຄຳ​ເຫັນ​ເພື່ອ​​ສ້າງ​ບົດ​ລາຍ​ງານ​ວຽກ​ງານ​ບຸກ​ຄະ​ລາ​ກອນ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​​ພັກຊຸດ​ທີ 11 ​ໃຫ້​ສຳ​ເລັດ​ເພື່ອຍື່​ນ​ສະ​ເໜ​ີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຊຸດ​ທີ 12; ພ້ອມ​ທັງ​ພິ​ຈ​າ​ລະ​ນາ, ສະ​ເໜີ​ບຸກ​ຄະ​ລາ​ກອນ​ໃນ 4 ຕຳ​ແໜ່ງ​ການ​ນຳ​ຫຼັກ​ແຫຼ່ງ​ຊຸດ​ທີ 12”.

      ຕາມ​ລາຍ​ການ, ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 14, ຊຸດ​ທີ 11 ຈະ​ເຮັດ​ວຽກ​ຮອດ​ວັນ​ທີ 13/01/2016.

ຂ່າວ/ບົດ​ອື່ນ