ໄຂກອງປະຊຸມສູນກາງພັກຄັ້ງທີ 14: ສະເໜີບຸກຄະລາກອນເຂົ້າຮ່ວມກົມການເມືອງ, ຄະນະເລຂາທິການ

(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງກອງປະຊຸມສູນກາງພັກຄັ້ງທີ 14, ເຊິ່ງແມ່ນກອງປະຊຸມວາລະສຸດທ້າຍຂອງອາຍຸການຊຸດທີ 12 ປຶກສາຫາລືກ່ຽວກັບບັນຫາເນື້ອໃນພື້ນຖານ ແລະ ສຳຄັນ

ໄຂກອງປະຊຸມສູນກາງພັກຄັ້ງທີ 14: ສະເໜີບຸກຄະລາກອນເຂົ້າຮ່ວມກົມການເມືອງ, ຄະນະເລຂາທິການ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

(ພາບ: TTXVN)

ຕອນເຊົ້າວັນທີ 14 ທັນວາ, ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 14 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12 ຖືກໄຂຂຶ້ນຢ່າງສົມກຽດ. ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງກອງປະຊຸມສູນກາງພັກຄັ້ງທີ 14, ເຊິ່ງແມ່ນກອງປະຊຸມວາລະສຸດທ້າຍຂອງອາຍຸການຊຸດທີ 12 ປຶກສາຫາລືກ່ຽວກັບບັນຫາເນື້ອໃນພື້ນຖານ ແລະ ສຳຄັນ ກ່ອນອື່ນໝົດແມ່ນການຮັບເອົາຄຳເຫັນປະກອບ, ສ້າງບັນດາເອກະສານໃຫ້ສົມບູນແບບເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ຢືນຢັນວ່າ.

“ຄຳເຫັນສ່ວນຫຼາຍໄດ້ຖືວ່າ, ຮ່າງເອກະສານສະບັບຕ່າງໆໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ, ມີວິທະຍາສາດ, ລະມັດລະວັງ, ລະອຽດລະອໍ, ມີການປ່ຽນແປງໃໝ່, ຮັບປະກັນໃຫ້ມີຄຸນນະພາບ; ຕິດພັນລະຫວ່າງທິດສະດີກັບພຶດຕິກຳຕົວຈິງ; ສ່ອງແສງໄດ້ເຖິງຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ; ມີຫາຍຈຸດໃໝ່; ສະແດງໃຫ້ເຫັນລະດັບພູມປັນຍາຂອງພັກ; ສ່ອງແສງຢ່າງພາວະວິໄສ, ຮອບດ້ານ, ຕິດພັນກັບສະພາບຕົວຈິງບັນດາໝາກຜົນທີ່ບັນລຸໄດ້, ບັນດາຂໍ້ຈຳກັດ, ອ່ອນດ້ອຍທີ່ຍັງຄົງຄ້າງ…; ຄາດຄະເນສະພາບການ, ທ່າອ່ຽງພັດທະນາຂອງປະເທດຊາດ ແລະ ໂລກໃນໄລຍະທີ່ຈະມາເຖິງ, ຈາກນັ້ນກຳນົດບັນດາການກຳນົດທິດ, ໜ້າທີ່, ມາດຕະການແກ້ໄຂສຳຄັນໃຫ້ຖືກຕ້ອງ, ມີຄວາມລະອຽດພໍສົມຄວນເພື່ອພັດທະນາປະເທດເວົ້າລວມ ແລະ ບັນດາຂະແໜງການ, ຂົງເຂດເວົ້າສະເພາະ”.

ບົນພື້ນຖານລວບລວມ, ຄົ້ນຄວ້າ, ໄຈ້ແຍກບັນດາຄຳເຫັນປະກອບ, ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີໃຫ້ບັນດາສະມາຊິກສູນກາງພັກ ສະຫງວນເວລາເພື່ອຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນໃສ່ບັນດາບົດລາຍງານຮັບເອົາຄຳເຫັນ, ອະພິປາຍ ແລະ ບັນດາເອກະສານຢ່າງສົບບູນແບບ ບົນຈິດໃຈໄປຕາມທິດທີ່ຖືກຕ້ອງຢ່າງແທ້ຈິງ. ຈາກນັ້ນ, ພິຈາລະນາ, ຮັບຮອງເອົາເນື້ອໃນບັນດາຮ່າງເອກະສານເພື່ອແປງຄືນເປັນຄັ້ງສຸດທ້າຍ ແລ້ວຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ.

ມີເນື້ອໃນເຊິ່ງໄດ້ຮັບຄວາມສົນໃຈເປັນພິເສດທີ່ກອງປະຊຸມຄັ້ງນີ້ ນັ້ນແມ່ນ ສະເໜີບຸກຄະລາກອນເຂົ້າຮ່ວມກົມການເມືອງ, ຄະນະເລຂາທິການຊຸດທີ 13. ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ, ເລື່ອງກະກຽມບຸກຄະລາກອນໃຫ້ແກ່ກົມການເມືອງ, ຄະນະເລຂາທິການຊຸດທີ 13 ແມ່ນວຽກງານສືບທອດ, ເຊື່ອມຕໍ່ວຽກງານວາງແຜນຜັງພະນັກງານ, ເຊິ່ງມີຄວາມສຳຄັນຍິ່ງ ແລະ ກ່ຽວຂ້ອງເຖິງຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແລະ ການພັດທະນາຂອງປະເທດໃນໄລຍະໃໝ່.

        ຄາດວ່າ, ກອງປະຊຸມຈະເຮັດວຽກຮອດວັນທີ 20 ທັນວາ 2020.

ຕອບກັບ

ຂ່າວ/ບົດ​ອື່ນ