ໄຂ​ກອງ​ປະ​ຊຸມສະ​ພາ​ບໍ​ລິ​ຫານ ​ສ​ະ​ມາ​ຄົມ​ປະ​ກັນສັງ​ຄົມ ອາ​ຊຽນ ຄັ້ງ​ທີ 38

(VOVWORLD) -ດ້ວຍຫົວຂໍ້ “ຊ່ວຍເຫຼືອສັງຄົມຕໍ່ໜ້າສິ່ງທ້າທາຍຈາກການຫັນເປັນດີຈີຕອນ ແລະ ຄວາມຂາດສະຖຽນລະພາບດ້ານເສດຖະກິດ”, ຕອນເຊົ້າວັນທີ 25 ພະຈິກ, ກອງປະຊຸມສະພາບໍລິຫານ ສະມາຄົມປະກັນສັງຄົມ ອາຊຽນ (ASSA) ຄັ້ງທີ 38 ຖືກດຳເນີນຕາມຮູບການທາງໄກ.
ໄຂ​ກອງ​ປະ​ຊຸມສະ​ພາ​ບໍ​ລິ​ຫານ ​ສ​ະ​ມາ​ຄົມ​ປະ​ກັນສັງ​ຄົມ ອາ​ຊຽນ ຄັ້ງ​ທີ 38 - ảnh 1ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຕາມຮູບການທາງໄກ (ພາບ: tapchibaohiemxahoi.gov.vn)

ທີ່ກອງປະຊຸມ, ການນຳອົງການປະກັນສັງຄົມ ຫວຽດນາມ ໄດ້ແບ່ງປັນປະສົບການ ແລະ ທາບທາມຄຳເຫັນຂອງບັນດາອົງການສະມາຊິກຂອງ ASSA ກ່ຽວກັບມາດຕະການໜູນຊ່ວຍ, ຊ່ວຍເຫຼືອ, ແບ່ງປັນ ແລະ ປົກປ້ອງປະຊາຊົນໃຫ້ຜ່ານຜ່າໄລຍະຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ - 19. ພ້ອມທັງສະເໜີໃຫ້ບັນດາອົງການສະມາຊິກ ASSA ສືບຕໍ່ເພີ່ມທະວີການຮ່ວມສຳພັນ, ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນປະທານ ASSA ໃນອາຍຸການຈະມາເຖິງຢ່າງແຮງໃນຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈລວມ ມຸ່ງໄປເຖິງການສ້າງປະຊາຄົມປະກັນສັງຄົມ ອາຊຽນ ມີຄວາມເຫັນດີເຫັນພ້ອມ ແລະ ພັດທະນາ, ເພື່ອຜົນປະໂຫຍດຂອງປະຊາຊົນ, ເພື່ອສະຖຽນລະພາບ ແລະ ການພັດທະນາຢ່າງວັດທະນາຖາວອນໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ