ໄຂກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ (AIPA)ຄັ້ງທີ 37

    ໄຂກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ (AIPA)ຄັ້ງທີ 37 - ảnh 1
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ​​ເຂົ້າ​ຮ່ວມ AIPA – 37


(vovworld) - ຕອນ​ເຊົ້າ​ວັນ​ທີ 30/09 ຢູ່​ນະຄອນຫລວງ Nay Pyi Taw ມຽນມາ, ໄດ້​ໄຂກອງ​ປະ​ຊຸມ​ສະມັດຊາ​ລັດຖະສະພາ​ລະຫວ່າງ​ຊາດ ອາ​ຊຽນ (AIPA)ຄັ້ງ​ທີ 37. ຫົວ​ຂໍ້​ຂອງ AIPA ປີນີ້​ແມ່ນ “AIPA ຟົດ​ຟື້ນ​ເພື່ອ​ປະ​ຊາ​ຄົມ​ອາ​ຊຽນ​ທີ່​ກ້າວ​ໜ້າ” ​ເຂົ້າ​ຮ່ວມ​ມີ 10 ຄະນະ​ຜູ້​​ແທນ​ລັດຖະສະພາ​ຂອງ​ບັນ​ດາ​ປະ​ເທດ​ເປັນສະມາຊິກ AIPA ລວມມີ: ບຣຸ​ໄນ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ຟີ​ລີບ​ປິນ, ສິງກະ​ໂປ, ມຽນມາ, ​ໄທ ​ແລະ ຫວຽດນາມ. ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ​ເປັນ​ຫົວ​ໜ້າ​ຄະນະ​ເຂົ້າ​ຮ່ວມ AIPA – 37.

        ​ໃນ​ຄຳ​ປາ​ໄສ​ໄຂກອງ​ປະຊຸມ, ທ່ານ Mahn Win Khai Than ປະທານ AIPA – 37 ຢືນ​ຢັນ​ວ່າ AIPA ເຄື່ອນ​ໄຫວ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ປະ​ຊາ​ຄົມ​ອາ​ຊຽນ, ທ່ານ Mahn Win Khai Than ປະທານ AIPA – 37 ເຊື່ອ​ໝັ້ນ​ວ່າ AIPA ຟົດ​ຟື້ນ ແລະ ຕັ້ງ​ໜ້າ​ໃນ​ປະ​ຊາ​ຄົມ​ອາ​ຊຽນ​ຈະ​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ປະ​ເທດ​ທາຍ​ທາມ​ຄຳ​ເຫັນ ແລະ ຮ່ວມ​ມື​ກັນ ແນ​ໃສ່​ພ້ອມ​ກັນ​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ​ໃຫ້​ແກ່​ສິ່ງ​ທ້າ​ທາຍ​ລວມ​ຂອງ​ພາກ​ພື້ນ.

     ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 1, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ຖື​ວ່າ : 

    “ ເຖິງວ່າ​ເນັ້ນ​ໜັກ​ລັກ​ສະ​ນະຫຼາຍ​ຮູບຫຼາຍ​ສີ​ໃນ​ອາ​ຊຽນ​ກໍ​ຕາມ, ພວກ​ເຮົາ​ຄວນ​ເຄົາ​ລົບ​ທ່າ​ອຽງ​ພັດ​ທະ​ນາ​ລວມ ແລະ ຄຳ​ເຫັນ​ສ່ວນຫຼາຍ​ຂອງ​ບັນ​ດາ​ສະ​ມາ​ຊິກ​ອາ​ຊຽນ, ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ, ກໍ່​ສ້າງ ແລະ ປັບ​ປຸງ​ຄວາມ​ເຊື່ອ​ໝັ້ນ, ເຄົາ​ລົບ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ກັນ ທີ່​ກົມ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ຂອງ​ອາ​ຊຽນ. ນັ້ນ​ແມ່ນ​ບັນ​ດາຫຼັກ​ການ​ທີ່​ສຳ​ຄັນ​ເພື່ອ​ສັນ​ຕິ​ພາບ, ວັດທະ​ນາ​ຖາ​ວອນ ແລະ ຍືນ​ຍົງ. ພວກ​ເຮົາ​ຄວນ​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ໜ້າ​ບັນ​ດາ​ສິ່ງ​ທ້າ​ທາຍ​ລວມ ຄື ໄພ​ກໍ່​ການ​ຮ້າຍ, ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບັນ​ຫາ​ສິ່ງ​ແວດ​ລ້ອມ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ”
ຂ່າວ/ບົດ​ອື່ນ