ໄຂ​ກອງ​ປະ​ຊຸມສ​ະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ຊຸ​ດທີ 75

(VOVWORLD) -ຕອນເຊົ້າວັນທີ 16 ກັນຍາ (ຕາມເວລາ ຫວຽດນາມ), ສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ ປິດກອງປະຊຸມຊຸດທີ 74 ແລະ ໄຂກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດຊຸດທີ 75.
ໄຂ​ກອງ​ປະ​ຊຸມສ​ະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ຊຸ​ດທີ 75 - ảnh 1ທ່ານ Volkan Bozkir ປະທານສະມັດຊາໃຫຍ່ ສະຫະປະຊາຊາດ ຊຸດທີ 75 (ພາບ: VOV)

ໃນບົດກ່ວາຄຳເຫັນຂອງຕົນ, ທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ເນັ້ນໜັກວ່າ ໃນກ່ວາ 7 ເດືອນຜ່ານມາ, ສະມັດຊາໃຫຍ່ ສະຫະປະຊາຊາດໄດ້ຮັບຮອງເອົາ ມະຕິ ແລະ ຂໍ້ຕົກລົງທີ່ສຳຄັນກ່ວາ 70 ສະບັບ, ໃນນັ້ນ ມີມະຕິວ່າດ້ວຍ “ການຮັບມື ແລະ ສົມທົບກັນຢ່າງຮອບດ້ານເພື່ອຮັບມືກັບໂລກລະບາດໂຄວິດ-19” ເຊິ່ງໄດ້ຮັບຄວາມສົນໃຈ ແລະ ສະໜັບສະໜູນຈາກຫຼາຍປະເທດ. ທ່ານ Tijjani Muhammad-Bande ປະທານສະມັດຊາໃຫຍ່ ສະຫະປະຊາຊາດ ຊຸດທີ 74 ໄດ້ສະແດງຄວາມຂອບໃຈຕໍ່ການໜູນຊ່ວຍຂອງບັນດາປະເທດໃນຕະຫຼອດ 1 ປີຜ່ານມາ, ຊຸກຍູ້ ສະມັດຊາໃຫຍ່ ສະຫະປະຊາຊາດ ຜ່ານຜ່າຄວາມຫຍຸ້ງຍາກ, ແກ້ໄຂບັນດາບັນຫາສາກົນ.

ສ່ວນທ່ານ Volkan Bozkir ປະທານສະມັດຊາໃຫຍ່ ສະຫະປະຊາຊາດ ຊຸດທີ 75 ໄດ້ເນັ້ນໜັກເຖິງ ບົດບາດທີ່ສຳຄັນຂອງລະບົບຫຼາຍຝ່າຍ ແລະ ການຮ່ວມມືສາກົນ. ທ່ານ Volkan Bozkir ໃຫ້ຮູ້ວ່າ ຈະສຸມໃສ່ຊຸກຍູ້ລະບົບຫຼາຍຝ່າຍເຄື່ອນໄຫວຢ່າງມີປະສິດທິຜົນ, ສ້າງຄວາມເຊື່ອໝັ້ນ ແລະ ຄວາມເຫັນດີເຫັນພ້ອມລະຫວ່າງບັນດາສະມາຊິກຂອງສະມັດຊາໃຫຍ່ ສະຫະປະຊາຊາດ, ກໍ່ຄືຈະເອົາໃຈໃສ່ເຖິງບັນດາເປົ້າໝາຍມີຄວາມສ່ຽງດ້ອຍໂອກາດຫຼາຍກ່ວາໝູ່ທີ່ສຸດ, ເພີ່ມທະວີການເຄື່ອນໄຫວໜູນຊ່ວຍມະນຸດສະທຳຢູ່ບັນດາເຂດມີການປະທະກັນ, ມອບສິດອຳນາດໃຫ້ແກ່ແມ່ຍິງ… ທ່ານ Volkan Bozkir ກໍ່ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມເສີມຂະຫຍາຍບົດບາດຂອງ ສະມັດຊາໃຫຍ່ ສະຫະປະຊາຊາດໃນການຮ່ວມມືກັບບັນດາປະເທດ, ບັນດາອົງການພາກພື້ນແນໃສ່ຊຸກຍູ້ການພັດທະນາແບບຍືນຍົງຂອງປະຊາຄົມສາກົນ.

ຟ້າມຮວັນ, ນັກກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ