ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສະ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ​ ຊຸດ​ທີ XIV

(VOVWORLD) -    ກອງປະຊຸມສະໄໝສະມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XIV, ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 20 ພຶດສະພາ, ຢູ່ນະຄອນຫຼວງ ຮ່າໂນ້ຍ,
ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສະ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ​ ຊຸດ​ທີ XIV - ảnh 1 ກອງປະຊຸມສະໄໝສະມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV (ພາບ: Quochoi.vn)

      ໂດຍເຂົ້າຮ່ວມວາລະໄຂກອງປະຊຸມມີບັນດາການນຳ, ອາດີດການນຳ ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ, ແນວໂຮມປະເທດຊາດ ຫວຽດນາມ ແລະ ຜູ້ຕາງໜ້າບາງຄະນະທູຕານຸທູດ ແລະ ອົງການຈັດຕັ້ງສາກົນ.

        ໃນບົດກ່າວປາໄສທີ່ວາລະໄຂກອງປະຊຸມ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງການເຕີບໂຕເສດຖະກິດ - ສັງຄົມ ໃນປີ 2018 ແລະ ຖືວ່າ, ສະພາບການເສດຖະກິດ - ສັງຄົມໃນຊຸມເດືອນຕົ້ນປີ 2019 ສືບຕໍ່ບັນລຸໄດ້ບັນດາໝາກຜົນທີ່ໜ້າປະເອີບໃຈ. ຕານນັ້ນແລ້ວ, ການເຕີບໂຕເສດຖະກິດບັນລຸໄດ້ລະດັບດີພໍສົມຄວນ, ເສດຖະກິດມະຫາພາກຮັກສາມີສະຖຽນລະພາບ. ບັນດາຂົງເຂດວັດທະນະທຳ, ສັງຄົມ, ການສຶກສາ, ສາທາລະນະສຸກ, ດ້ານແຮງງານ, ວຽກເຮັດງານທຳ, ການປະກັນຊີວິດສັງຄົມລ້ວນແຕ່ບັນລຸໄດ້ບັນດາໝາກຜົນໃດໜຶ່ງທີ່ແນ່ນອນ. ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໄດ້ຮັບການຮັກສາຢ່າງໝັ້ນຄົງ, ການເຄື່ອນໄຫວທາງການທູດ, ການເຊື່ອມໂຍງເສດຖະກິດເຂົ້າກັບສາກົນສືບຕໍ່ບັນລຸໄດ້ບັນດາຜົນສຳເລັດທີ່ສຳຄັນ, ອັນໄດ້ຢັ້ງຢືນຖານະບົດບາດ ຂອງ ຫວຽດນາມ ນັບມື້ນັບສູງຂຶ້ນ ໃນພາກພື້ນ ກໍ່ຄືໃນໂລກ.

ປີ 2019 ແມ່ນປີມີຄວາມສຳຄັນໃນການປະຕິບັດບັນດາເປົ້າໝາຍຂອງແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2016 -2020 ຢ່າງມີໄຊ. ດັ່ງນັ້ນ, ໜ້າທີ່ທີ່ໄດ້ວາງອອກແມ່ນໜັກໜ່ວງ, ຮຽກຮ້ອງທົ່ວລະບົບການເມືອງ, ທົ່ວປວງຊົນ, ທົ່ວກອງທັບ, ພ້ອມກັບປະຊາຄົມວິສາຫະກິດຕ້ອງມີຄວາມມານະພະຍາຍາມສູ້ຊົນສູງສຸດ, ຍົກສູງຈິດໃຈສາມັກຄີ, ເປັນແບບຢ່າງທີ່ດີໃນການປະຕິບັດພາລະບົດບາດ, ໜ້າທີ່, ຫັນຄຳເວົ້າກາຍເປັນການກະທຳຕົງຈິງ, ຫັນຄວາມຫຍຸ້ງຍາກ, ສິ່ງທ້າທາຍກາຍເປັນກາລະໂອກາດພັດທະນາເພື່ອປະຕິບັດບັນດາຄາດໝາຍເສດຖະກິດ - ສັງຄົມທີ່ໄດ້ວາງອອກ ໃນປີ 2019 ໃຫ້ປະສົບຜົນສຳເລັດ.

ທ່ານນາງປະທານສະພາແຫ່ງຊາດໄດ້ສະເໜີໃຫ້ສະພາແຫ່ງຊາດສຸມໃສ່ພິຈາລະນາ, ຕົກລົງ ແລະ ຮັບຮອງເອົາ ຮ່າງກົດໝາຍ 7 ສະບັບ, ຮ່າງມະຕິ 2 ສະບັບ ແລະ ປະກອບຄວາມຄິດເຫັນ ໃຫ້ແກ່ ຮ່າງກົດໝາຍອື່ນໆອີກ 9 ສະບັບ.

“ສະພາແຫ່ງຊາດກໍ່ຍັງພິຈາລະນາ, ຮັບຮອງເອົາກົດໝາຍສະບັບປັບປຸງ, ເພີ່ມເຕີມ ບາງມາດຕາຂອງກົດໝາຍວ່າດ້ວຍການດຳເນີນທຸລະກິດດ້ານປະກັນໄພ ແລະ ກົດໝາຍວ່າດ້ວຍ ຊັບສິນທາງປັນຍາ ແລະ ປະກອບຄວາມຄິດເຫັນເບື້ອງຕົ້ນກ່ຽວກັບຮ່າງກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ), ພ້ອມທັງພິຈາລະນາ, ຕົກລົງເອົາເລື່ອງເຂົ້າຮ່ວມສົນທິສັນຍາສະບັບ ເລກທີ 98 ຂອງ ອົງການແຮງງານສາກົນ ກ່ຽວກັບການນຳໃຊ້ບັນດາຫຼັກການຂອງສິດວ່າດ້ວຍການຈັດຕັ້ງ ແລະ ເຈລະຈາແບບລວມໝູ່ເພື່ອແນໃສ່ຫັນບັນດາມາດຕາໃນສົນທິສັນຍາສາກົນເປັນກົດໝາຍພາຍໃນປະເທດ, ຮັບປະກັນຄວາມເໝາະສົມກັບບັນດາຄຳໝັ້ນສັນຍາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊິຟິກ (CPTPP) ພ້ອມກັບບັນດາເອກະສານທີ່ກ່ຽວຂ້ອງ, ສະແດງໃຫ້ເຫັນຈິດໃຈເປັນເຈົ້າການ, ຈິງຈັງຂອງ ຫວຽດນາມ ໃນການປະຕິບັດບັນດາກົດໝາຍສາກົນເຊິ່ງ ຫວຽດນາມ ແມ່ນປະເທດສະມາຊິກ”.

ຕອບກັບ

ຂ່າວ/ບົດ​ອື່ນ