ໄຂກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກສະພາແຫ່ງຊາດຊຸດທີ 14

ໄຂກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກສະພາແຫ່ງຊາດຊຸດທີ 14 - ảnh 1
(ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ)

(vovworld) - ຕອນ​ເຊົ້າ​ວັນ​ທີ 20/07, ຢູ່​ຮ່າ​ໂນ້ຍ, ສະ​ພາ​ແຫ່ງ​ຊາດ​​ຫວຽດ​ນາມ ຊຸດ​ທີ 14 ໄດ້​ໄຂ​ກອງ​ປະ​ຊຸມສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລີກ ຢ່າງ​ເປັນ​ທາງ​ການ. ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມມ​ີ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟ​ຸ​ຈ​້ອງ, ທ່ານ​ປະ​ທານ​ປະ​ເທດ ເຈ​ີ່ນ​ດ້າຍກວາງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ, ບັນ​ດາ​ການ​ນຳ, ອະ​ດີດ​ການ​ນຳ​ພັກ, ລັດ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ, ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ, ​ຄະ​ນະ, ຂະ​ແໜງ​ການ, ບັນ​ດາ​ຄະ​ນະ​ທຸ​ຕາ​ນຸ​ທູດ, ພ້ອມ​ກັບ​​ບັນ​ດາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທ​ີ 14.

        ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຢືນ​ຢັນ​ວ່າ, ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​​ທຸກ​ຂັ້ນອາ​ຍຸ​ການ 2016 – 2021 ໃນ​ວັນ​ທີ 22/05 ຜ່ານ​ມາ, ຜູ້​ມີ​ສິດ​ເລືອກ​ຕັ້ງ​​ໃນ​ທົ່ວ​ປະ​ເທດ​ໄດ້​ຄັດ​ເລືອກ ແລະ ​ເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ 494 ທ່ານ, ເຊິ່ງ​ແມ່ນ​ບັນ​ດາ​ຜູ້​ດີ​ເດັ່ນ​ໃຫ້​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຕາງ​ໜ້​າ​ໃຫ້​ເຈດ​ຈຳ​ນົງ ແລະ ພູມ​ປັນ​ຍາ​ຂອງ​ປະ​ຊາ​ຊົນ. ນີ້​ແມ່ນ​ໄຊ​ຊະ​ນະ​ອັນ​ໃຫຍ່​ຫຼວງ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ໃນ​ວິ​ວັດ​ການ​ດຳ​ເນີນ​ຊີ​ວິດ​​ປະ​ຊາ​ທິ​ປະ​ໄຕ, ສະ​ແດງ​ໃຫ​້​ເຫັນ​ເຈດ​ຈຳ​ນົງ​ດ້ານ​ການ​ເມືອງ, ​ຄວາມ​ຮັບ​ຜິດ​ຊອບຂອງ​ພົນ​ລະ​ເມືອງ ແລະ ບົດ​ບາດ​ຂອງ​ລະ​ບົບ​ການ​ເມືອງ​ສຳ​ລັບ​ເຫດ​ການ​ສຳ​ຄັນ​ຍິ່ງນີ້. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ກ່າວ​ວ່າ.

        “ສະ​ພາ​ແຫ່ງ​ຊາດ​​ຊຸດ​ທີ 14 ເລີ່ມປະ​ຕິ​​ບັດ​ໜ້າ​ທີ່​ໃນ​ສະ​ພາບ​ທີ່​ທົ່ວ​ພັກ, ​​ທົ່ວປວງ​ຊົນ ແລະ ທົ່ວ​ກອງ​ທັບ ພວມຕັ້ງ​ໜ້າ​​ປະ​ຕິ​ບັດ​ມະ​ຕິ​ກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່. ​ພ​້ອມ​ກັ​ບ​ບັນ​ດາ​ຄວາມ​ສະ​ດວກ​​ໂດຍພື້ນ​ຖານ​​ຍ້ອນ​ຜົນ​ງານ​ຂອງ​ພາ​ລະ​ກິດ​ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່​ນຳ​ມາ​ໃຫ້, ຫວຽດ​ນາມ ກໍ​ພວມ​ຢືນ​ຢູ່​ຕໍ່​ໜ້າ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້​າ​ທາຍ. ​ຄວາມຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່ ທີ່​​ໄດ້ວາງ​ອອກ​ໃຫ້​ສະ​ພາ​ແຫ່ງ​ຊາດ, ໃຫ້​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ບັນ​ດາ​ໜ້າ​ທີ່​ອັນ​ໜັ​ກ​ໜ່ວງ​ແຕ່​ສູງ​ສົ່ງ. ດ້ວຍ​​ຄວາມ​ໄວ້​ວາງ​ໃຈ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​, ຜູ້​ມີ​ສິດ​ເລືອກ​ຕັ້ງໃນ​ທົ່ວ​ປະ​ເທດ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ 494 ທ່ານ ທີ່​ຫາກໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຈະ​ແມ່ນ​ແຫຼ່ງ​ກຳ​ລັງ​ແຮງ ແລະ ແມ່ນ​ກຳ​ລັງ​ໜູນ​ຢ່າງ​ໃຫຍ່​ຫຼວງ​ເພື່ອ​ໃຫ້​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ສູ້​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ໜ້າ​ທີ່​​ສຳ​ຄັນເຊິ່ງ​ປະ​ຊາ​ຊົນມອບ​ໝາຍ​ໃຫ້”.

        ພາຍ​ຫຼັງ​ບົດ​ກ່າວ​ປາ​ໄສ​ຂອງທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ ໄດ້​ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັ​ນ​ທີ່​ວາ​ລະ​ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​​ຄັ້ງປະ​ຖົມ​ມະ​ເລີກ​, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14.

ໄຂກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກສະພາແຫ່ງຊາດຊຸດທີ 14 - ảnh 2
( ປະທານ​ຄະນະ​ກຳມະການ​ແນ​ວ​ໂຮມ​ປະ​ເທດ​ຊາດ
 ຫວຽດນາມ ຫງວຽນທ້ຽນ​ເຍີນ )

​ແລ​ະກໍ່​ໃນ​ວາລະ​ປະຊຸ​ມ, ສະພາ​ແຫ່ງ​ຊາດ​ຮັບ​ຟັງ​ບົດ​ລາຍ​ງານ​ສະຫລຸບ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ  14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021; ໝາກຜົນ​ແຫ່ງ​ການ​ກວດກາຖານະ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ. ສະ​​ເໜີ​ບົດ​ລາຍ​ງານສັງ​ລວມຄຳ​ເຫັນ, ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລ​ະ ປະຊາຊົນ​​​​ໃນທົ່ວ​ປະ​ເທດ​ໃນ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021. ປະທານ​ຄະນະ​ກຳມະການ​ແນ​ວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນທ້ຽນ​ເຍີນ ​ໃຫ້​ຮູ້​ວ່າ:

        “ຜູ້​ມີ​ສິດ​ເລືອກ​ຕັ້ງ​ຮັບ​ຮູ້ ​ແລະ ​ເອົ​າ​ໃຈ​ໃສ່​ເປັນ​ພິ​ເສດ​ບັນດາ​ໂຄງການ​ດຳ​ເນີນ​ງານ ກໍ່​ຄື​ຄຳ​ໝັ້ນສັນຍາ​ຂອງ​ບັນດາ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ທີ່​ກອງ​ປະຊຸມ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​ ​ແລະ ປາດ​ຖະໜາ​ຢາກ​​ໃຫ້ບັນ​ດາ​ຜູ້​ໄດ້​ຮັບ​ການເລືອກ​ຕັ້ງ ປະຕິບັດ​ໂຄງການ​ດຳ​ເນີນ​ງານ ​ແລະ ຄຳໝັ້ນ​ສັນຍາ​ຂອງ​ຕົນຢ່າງ​ຄົບ​ຖ້ວນ. ພ້ອມ​ທັງ​ສະ​ເໜີ​ມີ​ກົນ​ໄກ ​ເພື່ອ​ໃຫ້​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ປະຊາຊົນ​ຕິດຕາມ​ກວດກາ​ເລື່ອງ​ປະຕິບັດ​ໂຄງການ​ດຳ​ເນີນ​ງານ ຄຳ​ໝັ້ນສັນຍາ​ຂອງ​ສະ​ມາ​ຊິກ​ສະພາ​ແຫ່ງ​ຊາດ​ແຕ່ລະຄົນ. ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ປະຊາຊົນ ປາດ​ຖະໜາ​ວ່າ ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14, ສະມ​າຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021 ຈະປະ​ຕິ​ບັດ​ຄວາມ​ຮັບຜິດ​ຊອບ​ຂອງ​ຜູ້​​ເປັນ​ຕົວແທນ​ປະຊາຊົນ​ເປັນ​ຢ່າງ​ດີ, ມີ​ການພົບ​ປະ ຮັບ​ຟັງ​ຄຳ​ເຫັນ ​ແລະ ສ່ອງ​ແສງ​ຢ່າງ​​ເປັນປະຈຳ ​ແລະ ຄົບ​ຖ້ວນ, ມີ​ແນວ​ຄິດ​ຈິດ​ໃຈອັນ​ບໍລິສຸດ, ມີຄວາມ​ມຸ່ງ​ມາດ​ປາດ​ຖະໜາ, ມີຄຳ​ເຫັນ, ຂໍ້​ສະ​ເໜີ​ແນະ​ຂອງ​ປະຊາຊົນ​ກັບ​ບັນດາ​ອົງການ​ແຫ່ງ​ລັດ, ຕິດຕາມ​ກວດກາ​ບັນດາ​ອົງການ​ສຳນັກງານ​ແຫ່ງ​ລັດ​ແກ້​ໄຂ​ບັນດາ​ຂໍ້​ສະ​ເໜີ​ແນະ​ຂອງ​ປະຊາຊົນ ​ເພື່ອ​ຕອບ​ໃຫ້​ປະຊາຊົນ, ​ເສີມ​ຂະ​ຫຍາ​ພູມ​ປັນຍາ, ຄວາມ​ຮັບຜິດຊອບ​ເພື່ອ​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ.” 

ຕອນ​ບ່າຍ​ວັນ​ທີ 20/7, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່​ງ​ຊາດ​ຫວຽດ​ນາມ ຫງວ​ຽນ​ທິ​ກິມ​ເງິ​ນ ໄດ້​ສະ​ເໜີໃບ​ຍື່ນ​ສະ​ເໜີ​ກ່ຽວ​ກັບ​ຈຳ​ນວນ​ຮອງ​ປະ​ທານ​ ສະ​ພາ​ແຫ່ງ​ຊາດ, ຈຳ​ນວນ​ກຳ​ມະ​ການ​ໃນ​ຄະ​ນະ​ປະ​ຈຳ ສະ​ພາ​ແຫ່ງ​ຊາດ. ໃບ​ຍື່ນ​ສະ​ເໜີ​ໄດ້​ສະ​ເໜີ ສະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ​ໂຄງ​ປະ​ກອບ​ຂອງ​ຄະ​ນະ​ປະ​ຈຳ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14 ຊຶ່ງ​ປະ​ກອບ​ດ້ວຍ​ສະ​ມາ​ຊິກ 18 ທ່ານ. ລະ​ອຽດ​ລວມ​ມີ : ປະ​ທານ​ ສະ​ພາ​ແຫ່ງ​ຊາດ, 4 ຮອງ​ປະ​ທານສະ​ພາ​ແຫ່ງ​ຊາດ ແລະ 13 ​ກຳ​ມະ​ການ​ໃນ​ຄະ​ນະ​ປະ​ຈຳ ສະ​ພາ​ແຫ່ງ​ຊາດ.

       ກອງ​ປະຊຸມສະ​ໄໝ​ສາມັນ​ຄັ້ງ​ປະຖົມມະ​ເລີກ, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ດຳ​ເນີນ​ນັບ​ແຕ່​ວັນທີ 20 – 29/07.



ຂ່າວ/ບົດ​ອື່ນ