ໄຂກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14

(VOVWORLD) - ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ໄດ້ໄຂຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 22 ພຶດສະພາ ຢູ່ຮ່າໂນ້ຍ. ເຂົ້າຮ່ວມວາລະໄຂມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ບັນດານັກປະຕິວັດຜູ້ອາວຸໂສ, ບັນດາສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າຄະນະທູຕານຸທູດ, ບັນດາອົງການຈັດຕັ້ງສາກົນ…
ໄຂກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14 - ảnh 1 ພາບປະກອບ

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຊີ້ແຈ້ງວ່າ: ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14 ມີຄວາມໝາຍສຳຄັນໃນການສືບຕໍ່ຫັນບັນດາຂໍ້ກຳນົດຂອງລັດຖະທຳມະນູນ 2013 ເປັນລະບອບລະບຽບການ, ປັບປຸງບັນດາຂໍ້ຕົກລົງຂອງກົດໝາຍກ່ຽວກັບເສດຖະກິດການຕະຫຼາດກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ສ້າງພື້ນຖານນິຕິກຳຢ່າງໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ ສັງຄົມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່. ດັ່ງນັ້ນ, ການເຄື່ອນໄຫວສ້າງກົດໝາຍສືບຕໍ່ແມ່ນເນື້ອໃນຈຸດສຸມຂອງກອງປະຊຸມ:

“ບັນດາຮ່າງກົດໝາຍໄດ້ຮັບການພິຈາລະນາທີ່ກອງປະຊຸມສະໄໝສາມັນຄັ້ງນີ້ ແມ່ນບັນດາເອກະສານສຳຄັນ, ໄດ້ຮັບຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງ ແລະ ສັງຄົມ. ບາງຮ່າງກົດໝາຍກ່ຽວຂ້ອງເຖິງສິດທິມະນຸດ, ສິດຂອງພົນລະເມືອງ, ກ່ຽວຂ້ອງເຖິງການເຄື່ອນໄຫວຜະລິດດຳເນີນທຸລະກິດ, ບໍລິຫານເສດຖະກິດ - ສັງຄົມ. ບົນພື້ນຖານຮັບເອົາຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດ, ຄຳເຫັນຂອງບັນດານັກຊ່ຽວຊານ, ບັນດານັກວິທະຍາສາດ, ຮ່າງກົດໝາຍ 13 ສະບັບໄດ້ຮັບການປັບປຸງ, ຕອບສະໜອງບັນດາເງື່ອນໄຂຢ່າງພຽງພໍເພື່ອຍື່ນສະເໜີຈໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນຄັ້ງນີ້.”

ໃນຂົງເຂດຕິດຕາມກວດກາ, ສະພາແຫ່ງຊາດຮັບຟັງ ແລະ ປຶກສາຫາລືກ່ຽວກັບບົດລາຍງານຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ ກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບຄວາມປອດໄພສຸຂະອະນາໄມສະບຽງອາຫານໄລຍະ 2011 – 2016, ຮັບຟັງການລາຍງານຕິດຕາມກວດກາກ່ຽວກັບການແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງສົ່ງເຖິງກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ 14.

ເມື່ອຕີລາຄາສັງລວມກ່ຽວກັບກອງປະຊຸມສະໄໝສາມັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ເນັ້ນໜັກວ່າ:

“ກອງປະຊຸມສະໄໝສາມັນເທື່ອທີ 3 ມີປະລິມານວຽກງານທີ່ໃຫຍ່ຫຼວງ, ດ້ວຍຫຼາຍເນື້ອໃນສຳຄັນ. ດ້ວຍຈິດໃຈສາມັກຄີ, ມີຫົວຄິດປະດິດສ້າງ ແລະ ກະທຳເພື່ອຜົນປະໂຫຍດຂອງປະຊາຊົນ, ທີ່ກອງປະຊຸມສະໄໝສາມັນຄັ້ງນີ້, ສະພາແຫ່ງຊາດຈະສືບຕໍ່ປ່ຽນໃໝ່, ຍົກສູງຄຸນນະພາບການເຄື່ອນໄຫວ, ເພີ່ມທະວີລັກສະນະໂຕ້ວາທີ, ສົນທະນາ ແລະ ອະພິປາຍເພື່ອຍົກສູງຄຸນນະພາບວາລະປະຊຸມຕ່າງໆ.”

ຕອບກັບ

ຂ່າວ/ບົດ​ອື່ນ