ໄຂກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດລາວຊຸດທີ 8

ໄຂກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດລາວຊຸດທີ 8 - ảnh 1
(ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດລາວຊຸດທີ 8)

(vovworld) - ຕອນ​ເຊົ້າ​ວັ​ນ​ທີ 25/04, ຢູ່​ນະ​ຄອ​ນ​ຫຼວງວຽງ​ຈັນ​ ໄດ້​ໄຂກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3 ສະ​ພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 8. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ນາ​ງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ ຢາ​ທໍ່​ຕູ້ ເນັ້ນ​ໜັກ​ວ່າ: ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3 ສະ​ພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 8 ຈະ​ພິ​ຈາ​ລະ​ນາ ແລະ ຮັບ​ຮອງ​ເອົາ​ຫຼາຍ​ບັນ​ຫາ​ສຳ​ຄັນ​ເປັນ​ພື້ນ​ຖານ​ຂອງ​ປະ​ເທດ​ຊາດ.


(ທ່ານ​ນາ​ງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ ຢາ​ທໍ່​ຕູ້)

        ທີ່ກອງ​ປະ​ຊຸມ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ກໍ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລາ​ຄາ​ສິນ​ຄ້າ, ອັດ​ຕາ​ໄພ​ເງິນ​ເຟີ້, ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ ທີ່​ພວມ​ກະ​ທົບ​ເຖິງ​ການ​ຜະ​ລິດ, ຊີ​ວິດ​ສັງ​ຄົມ ກໍ່​ຄ​ື​ທິດ​ທາງ ແລະ ມາດ​ຕະ​ການ​ແກ​້​ໄຂ​ໃນ​ຕໍ່​ໜ້າ….

        ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3 ສະ​ພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 8 ຖືກ​ດຳ​ເນີນ​ແຕ່​ວັນ​ທີ 25/04 – 18/05.


ຕອບກັບ

ຂ່າວ/ບົດ​ອື່ນ