ໄຂກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ລາວ ຊຸດທີ 8

(VOVWORLD) - ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ລາວ ຊຸດທີ 8 ດຳເນີນແຕ່ວັນທີ 16 ຕຸລາ - 17 ພະຈິກ ຢູ່ນະຄອນຫລວງ ວຽງຈັນ ລາວ. 
ໄຂກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ລາວ ຊຸດທີ 8 - ảnh 1 ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ລາວ ຊຸດທີ 8

ກອງປະຊຸມສະໄໝສາມັນຄັ້ງນີ້ ສຸມໃສ່ປຶກສາຫາລື ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດລາວ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານ, ການເງິນ 2017 ແລະ ທິດທາງໜ້າທີ່ປີ 2018; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການພັດທະນາການທ່ອງທ່ຽວໃນໄລຍະຜ່ານມາ, ທິດທາງປີ 2018 ເພື່ອຂ່ຳນັບຮັບຕ້ອນປີທ່ອງທ່ຽວ ລາວ, ທີ 3 ແມ່ນພິຈາລະຈາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປີ 2017 ແລະ ທິດທາງປີ 2018 ຂອງອົງການກວດກາລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ຂອງສະພາແຫ່ງຊາດ. ພ້ອມກັນນັ້ນ ແມ່ນພິຈາລະນາ ແລະ ຮັບຮອງເອົາການປັບປຸງ ແລະ ສ້າງກົດໝາຍໃໝ່ 16 ສະບັບ ທີ່ກ່ຽວຂ້ອງເຖິງຂົງເຂດເສດຖະກິດສັງຄົມ, ປົກປ້ອງກົດໝາຍ, ນອກຈາກນັ້ນ ທີ່ກອງປະຊຸມສະໄໝສາມັນຄັ້ງນີ້ ສະພາແຫ່ງຊາດ ກໍ່ໄດ້ຮັບຟັງການອະພິປາຍກ່ຽວກັບການປັບປຸງບູລະນະກົງຈັກຄຸ້ມຄອງລັດທຸກຂັ້ນ, ການຄຸ້ມຄອງແຮງງານ ລາວ ຢູ່ພາຍໃນປະເທດ ແລະ ຕ່າງປະເທດຂອງລັດຖະບານ ແລະ ບັນຫາອື່ນໆອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ