ໄຂກອງປະຊຸມສະໄໝສາມັນເທື່ອທີ8,ສະພາແຫ່ງຊາດຊຸດທີ13ຢ່າງສົມກຽດ


ໄຂກອງປະຊຸມສະໄໝສາມັນເທື່ອທີ8,ສະພາແຫ່ງຊາດຊຸດທີ13ຢ່າງສົມກຽດ - ảnh 1
ພິ​ທີ​ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8 ໄດ້​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ
(ພາບ: VGP/Lê Sơn)

(vovworld) – ວາ​ລະ​ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 13 ໄດ້​ຈັດ​ຂຶ້ນ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 20/10, ຢູ່​ຮ່າ​ໂນ້ຍ, ດ​້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ ຫງວຽນຟູ໋​ຈ້ອງ, ທ່ານ​ປະ​ທານ​ປະ​ເທດ ເຈືອ​ງເຕີນ​ຊາງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ບັນ​ດາ​ນັກ​ປະ​ຕິ​ວັດ​ຜູ້​ອາ​ວຸ​ໂສ, ບັນ​ດາ​ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ (ສ​ສ​ຊ), ຜູ້​ຕາງ​ໜ​້າ​ບັນ​ດາ​ຄະ​ນະ​ນູ​ຕາ​ນຸ​ທູດ, ບັນ​ດາ​ອົງ​ການ​ສາ​ກົນ​ອື່ນໆ​ຢູ່ ຮ່າ​ໂນ້ຍ.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮ​ູ່ງ, ໃຫ້​ຮູ້​ວ່າ: ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ສະ​ພາ​ແຫ່ງ​ຊາດ​ຈະ​ປຶກ​ສາ​ຫາ​ລື, ຕົກ​ລົງ​ບາງ​ເນື້ອ​ໃນ​ສຳ​ຄັນ:

        “ທີ່​ໜຶ່ງ​ແມ່ນ​ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ18 ຮ່າງ​ກົດ​ໝາຍ ແລະ 3 ຮ່າງ​ມະ​ຕິ, ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ 12 ຮ່າງ​ກົດ​ໝາຍ​ອື່ນ. ໃນ​ນັ້ນ​ມີຫຼາຍ​ຮ່າງ​ກົດ​ໝາຍ​ສຳ​ຄັນ, ກ່ຽວ​ຂ້ອງ​ເຖິງ​ເລື່ອງ​ສືບ​ຕໍ່​ປັບ​ປຸງ​ລະ​ບອບ​ເສດ​ຖະ​ກິດ, ​ການຈັດ​ຕັ້ງ​ກົງ​ຈັກ​ລັດ, ສິດ​ທິ​ມະ​ນຸດ, ສິດ ແລະ ພັນ​ທະ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ… ຕາມ​ເນື້ອ​ໃນ ແລະ ຈິດ​ໃຈ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃໝ່. ທີ່​ສອງ​ແມ່ນ, ພິ​ຈາ​ລະ​ນາບັນ​ດາ​ບົດ​ລາຍ​ງານ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ປີ 2014 ແລະ ໜ້າ​ທີ​ປີ 2015. ທີ​ສາມ​ແມ່ນ, ຈັດ​ຕັ້ງ​ການ​​ລົງ​ຄະ​ແນນ​ສຽງໄວ້​ວ​າງ​ໃຈ​ສຳ​ລັບ​ບັນ​ດາ​ຕຳ​ແໜ່ງ​ໂດຍ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ຫຼື ໃຫ້​ສັດ​ຕະ​ຍາ​ບັນ.”

        ນອກ​ຈາກນັ້ນ, ສະ​ພາ​ແຫ່ງ​ຊາດກໍ່​ດຳ​​ເນີນ​ການ​ຕິດ​ຕາມກວດ​ກາ​ຫົວ​ເລື່ອງ​ສະ​ເພາະ​ສູງ​ສຸດ, ຮັບ​ຟັງ​ບົດ​ລາຍ​ງານ​ໝາ​ກ​ຜົນ, ການຕິດ​ຕາມກວດ​ກາ​ເລື່ອງ​ແກ້​ໄຂ​ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຮັບ​ຟັງ​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ​ການ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ, ການປ້ອງ​ກັນ, ສະ​ກັດ​ກັ້ນ​ການ​ລະ​ເມີດ​ກົດ​ໝາຍ ແລະ ອາດ​ຊະ​ຍາ​ກຳ…, ສະ​ພາ​ແຫ່ງ​ຊາດ​ຈະ​ດຳ​ເນີນ​ການ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ​ຂອງ ສ​ສ​ຊ. ສະ​ພາ​ແຫ່ງ​ຊາດກໍ່​ສະ​ຫງວນ​ເວ​ລາ​ພິ​ຈາ​ລະ​ນາ​ແຜນ​ນະ​ໂຍ​ບາຍ​ລົງ​ທຶນກໍ່​ສ້າງ​ສະ​ໜາມ​ບິນ​ສາ​ກົນ​ລອງ​ແທ່ງ.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ສະ​ເໜີ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ປີ 2014 ແລະ ໜ້າ​ທີ່​ປີ 2015, ທ່ານ​ປະ​ທານ​ຄະ​ນະ​ກ​ຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ບົດ​ລາຍ​ງານ​ລວບ​ລວມ​ຄຳ​ເຫັນ​, ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ຈາກນັ້ນ, ສະ​ພາ​ແຫ່ງ​ຊາດ​ຈະ​ຮັບ​ຟັງ​ບົດ​ລາຍ​ງານ: ກວດ​ກາ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ປີ 2014 ແລະ ໜ້າ​ທີ່ປີ 2015, ບົດ​ລາຍ​ງານ ແລະ ບົດ​ລາຍ​ງານກວດ​ກາ​ກ່ຽວ​ກັບ​ວ​ຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາ​ດ​ບັງຫຼວງ​ປີ 2014, ຮັບ​ຟັງ​ສະ​ເໜີ ແລະ ບົດ​ລາຍ​ງານກວດ​ກາ​ກ່ຽວ​ກັບ​ແຜນ​ຮ່າງ​ປ່ຽນ​ໃໝ່​ລາຍ​ການ, ປື້ມ​ຕຳ​ລາ​ຮຽນລະ​ບົບ​ສາ​ມັນ​ສຶກ​ສາ

        ຕອ​ນ​ບ່າຍ, ສະ​ພາ​ແຫ່ງ​ຊາດ​ຮັບ​ຟັງ​ລາຍ​ງານ ແລະ ບົດ​ລາຍ​ງານກວດ​ກາ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ​ແຜນ​ງົບ​ປະ​ມານ​ແຫ່ງ​ລັດ​ປີ 2014, ແຜນ​ຮ່າງ​ງົບ​ປະ​ມານ​ແຫ່ງ​ລັດ ແລະ ວິ​ທີ​ການ​​ແບ່ງ​ງົບ​ປະ​ມານ​ສູນ​ກາງ​ປີ 2015. ຮັບ​ຟັງ​​ໃບສະ​ເໜີ, ລາຍ​ງານກວດ​ກາ ກ່ຽວ​ກັບ​ບັນ​ດາ​ຮ່າງ​ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ພາ​ສີ​​ຈຳ​ໜ່​າຍ​ພິ​ເສດ, ກົດ​ໝາຍ​ວ່າ​ດ້ວຍ​ງົບ​ປະ​ມານ​ແຫ່ງ​ລັດ (ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ວ່າ​ດ້ວຍກວດ​ສອບ​ບັນ​ຊີ​ແຫ່ງ​ລັດ (ສະ​ບັບ​ປັບ​ປຸງ).

       



ຂ່າວ/ບົດ​ອື່ນ