ໄຂກອງປະຊຸມສະໄໝສາມັນເທີ່ອທີ9,ສະພາແຫ່ງຊາດຊຸດທີ13

ໄຂກອງປະຊຸມສະໄໝສາມັນເທີ່ອທີ9,ສະພາແຫ່ງຊາດຊຸດທີ13 - ảnh 1
(ໄຂ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທີ່ອ​ທີ 9, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13)


(vovworld) – ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທີ່ອ​ທີ 9, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ຖືກ​ໄຂ​ຂຶ້ນ​ໃນຕອນ​ເຊົ້າວັນ​ທີ 20/5,​ ຢູ່ ຮ່າ​ໂນ້ຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ການ​ນຳ, ອະດີດ​ການ​ນຳ​ຂັ້ນ​ສູງ​ຂອງພັກ, ລັດ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດານັກປະຕິວັດຜູ້​ອະ​ວຸ​ໂສ, ຜູ້​ຕາງໜ້າ​ບັນດາ​ຄະນະ​ທຸ​ຕາ​ນຸທູດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນອື່ນໆ​ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ: ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທີ່ອ​ທີ 9 ມີ​ບົດບາດ​ສຳຄັນ​ພິ​ເສດ. ກອງ​ປະຊຸມ​ຈະ​ຕີ​ລາຄາ​ສະພາບ​ເສດຖະກິດ-​ສັງຄົມ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ການ​ພົວພັນ​ຕ່າງປະ​ເທດ, ວຽກ​ງານ​ຕຸລາການ ​ແລະ ບັນດາ​ວຽກ​ງານ​ອື່ນໆ. ກອງ​ປະຊຸມ​ກໍ​ກຳນົດ​ບັນດາ​ວຽກ​ງານທີ່​ຄວນ​ເຮັດ​​ໂດຍໄວ ​ເພື່ອ​ແນ​ໃສ່​ປະຕິບັດ​ສຳ​ເລັດ​ແຜນການ​ພັດທະນາ​ເສດຖະກິດ-​ສັງຄົມ​ໃນ​ປີ 2015 ​ແລະ ​ໄລຍະ​ທາງທີ່​ຍັງ​ເຫຼືອຂອງ​ແຜນການ 5 ປີ, ສູ້​ຊົນ​ປະຕິບັດ​ສຳ​ເລັດ​ບັນດາ​ຄາດໝາຍ​ເສດຖະກິດ-​ສັງຄົມ ​ເຊິ່ງສະພາ​ແຫ່ງ​ຊາດ​ໄດ້​ວາງ​ອອກຢ່າງ​ມີ​ໄຊ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ:

          “ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ​ຮັບຮອງ​ເອົາ​ຮ່າງກົດໝາຍ 11 ສະບັບ ​ແລະ ບັນດາ​ຮ່າງ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ; ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍອື່ນໆ 16 ສະບັບ. ພິ​ເສດ, ຢູ່​ກອງ​ປະຊຸມ​ຄັ້ງ​ນີ້​ສະພາ​ແຫ່ງ​ຊາດ​ຈະ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ຫຼາຍ​ສະບັບ​ທີ່​ສຳຄັນ, ​ປະກອບສ່ວນ​ປັບປຸງ​ລະບົບ​ການ​ເມືອງ, ຍົກ​ສູງ​ຜົນ​ສັກສິດ ​ແລະ ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ກົງຈັກ​​ແຫ່ງລັດ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ.”

​ ແລະ​ກໍ່​ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດ​​ໄດ້​ຈະ​ພິຈາ​ລະ​ນາ​ໝາກຜົນ​ການ​ຕິດຕາມ​ກວດກາ​ສູງ​ສຸດ​ກ່ຽວ​ກັບ​ສະພາບ​ດຳ​ເນີນຄະດີ​ບໍ່​ຖືກຕ້ອງ​ໃນ​ການນຳ​ໃຊ້ກົດໝາຍ​​ອາຍາ; ດຳ​ເນີນຄະດີ​ອາຍາ ​ແລະ ການ​ທົດ​​ແທນ​ຄວາມ​ເສຍ​ຫາຍໃຫ້​ຜູ້​ຖືກ​ຕັດສິນ​ບໍ່​ຖືກຕ້ອງ​ໃນ​ການ​ເຄື່ອນ​ໄຫວດຳ​ເນີນ​ຄະດີ​ອາຍາຕາມລະບຽບ​ກົດໝາຍ.

  ຕໍ່​ຈາກ​ນັ້ນ, ​ໂດຍ​ຕາງໜ້າ​ໃຫ້​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ໄດ້​ສະ​ເໜີ​ບົດ​ລາຍ​ງານ​ຕີ​ລາ​ຕາ​ເພີ​່ມ​ເຕີ່ມ​ໝາກຜົນ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2014 ​ແລະ ຜັນ​ຂະຫຍາຍ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2015.

   ໃນ​ວາລະ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ສະ​ເໜີ​ບົດ​ລາຍ​ງານ​ລວບ​ລວມຄຳ​ເຫັນ, ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ທ່ານ​ປະທານ​ກຳມາ​ທິການ​ເສດຖະກິດ​ຂອງ​ສະພ​າ​ແຫ່ງ​ຊາດ ຫງວຽນ​ວັນ​​ເຢົາ ​ໄດ້​ສະ​ເໜີບົດ​ລາຍ​ງາ​ນກວດກາ​ບົດ​ລາຍ​ງານຂອງ​ລັດຖະບານ​ກ່ຽວ​ກັບ​ການ​ຕີ​ລາຄາ, ​ເພີ່ມ​​ເຕີ່ມ​ໝາກຜົນ​ການ​ປະ​ຕິ​ບັດ​ແຜນການ​ພັດທະນາ​ເສດຖະກິດ, ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​ປີ 2014; ສະພາບ​ການ​ປະຕິບັດ​​ແຜານ​ການ​ພັດທະນາ​ເສດຖະກິ​ດສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2015.


ຂ່າວ/ບົດ​ອື່ນ