ໄຂກອງປະຊຸມສານບັນດາແຂວງມີເສັ້ນຊາຍແດນຮ່ວມ ກຳປູເຈຍ, ຫວຽດນາມ ແລ ະລາວ

ໄຂກອງປະຊຸມສານບັນດາແຂວງມີເສັ້ນຊາຍແດນຮ່ວມ ກຳປູເຈຍ, ຫວຽດນາມ  ແລ ະລາວ - ảnh 1
ການ​ນຳ​ສານ​ສາມ​ປະ​ເທດ​ລົງ​ນາມ​ໃນ​ຖະ​ແຫລ​ງການ​ຮ່ວມ
ພາບ:TTXVN


(vovworld) - ກອງ​ປະຊຸມ​ສານ​ບັນດາ​ແຂວງ​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ ກຳ​ປູ​ເຈຍ, ຫວຽດນາມ ​ແລະ ລາວ​ຄັ້ງ​ທີ 2 ພາຍ​ໃຕ້​ຫົວ​ຂໍ້​ວ່າ: ປັບປຸງ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະ​ກຳ​ຂ້າມ​ຊາຍ​ແດນ ຖືກ​ໄຂ​ຂຶ້ນ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 27/10 ຢູ່ ນະຄອນ ຊຽມຣຽບ ປະ​ເທດ ກຳປູ​ເຈຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ຫົວຫນ້າ​ສານ​ປະຊາຊົນ​ສູງ​ສຸດ​ຂອງ ຫວຽດນາມ, ທ່ານ Truong Hoa Binh ​ໄດ້​ເນັ້ນ​ຫນັກ​ວ່າ: ກອງ​ປະຊຸມ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ອາດຊະຍາ​ກຳ​ມີ​ການຈັດ​ຕັ້ງ​ຂ້າມ​ຊາຍ​ແດນ​ພວມ​ນັບ​ມື້​ນັບມີ​ການ​ຜັນ​ແປ​ຢ່າງສັບສົນ ​ແລະ ກໍ​ຄວາມ​ຂາດ​ສະຖຽນ​ລະ​ພາບຍາກ​ທີ່​ຄາດ​ຄະ​ເນ​ໄດ້. ກອງ​ປະຊຸມ​ຈະ​ແມ່ນ​ກາລະ​ໂອກາດ​ເພື່ອ​ພ້ອມ​ກັນ​ທົບ​ທວນຄືນ​ໝາກຜົນ​ການ​ຮ່ວມ​ມື​ຫລາຍ​ຝ່າຍ ​ແລະ ສອງ​ຝ່າຍ​ໃນ​ໄລຍະ​ຜ່ານ​ມາ​ລະຫວ່າງ​ຂະ​ແຫນງ​ສານ​ຂອງ​ສາມ​ປະ​ເທດ, ພິ​ເສດ ​ແມ່ນ​ໝາກຜົນ​ບັນລຸ​ໄດ້​ກໍ​ຄື​ຄວາມ​ຫຍຸ້ງຍາກ​ຈຳ​ເປັນ​ຕ້ອງ​ແກ​້​ໄຂ. ນີ້​ກໍ​ແມ່ນ​ເວທີ​ປາ​ໄວ​ເພື່ອ​ໃຫ້​ຂະ​ແຫນງ​ສານ​ຂອງ​ສາມ​ປະ​ເທດ​ພ້ອມ​ກັນ​ແລກປ່ຽນ​ບົດຮຽນ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ, ຫນູນ​ຊ່ວຍ​ຕຸລາການ​ກໍ​ຄື​ປຶກສາ​ຫາລື​ບັນດາ​ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ສານ​ສາມ​ປະ​ເທດ​ເວົ້າ​ລວມ ​ແລະ ສານ​ບັນດາ​ແຂວງ​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ​ເວົ້າ​ສະ​ເພາະ.

 

ຂ່າວ/ບົດ​ອື່ນ