ໄຂກອງປະຊຸມສຳມະນາທິດສະດີການເມືອງຄັ້ງທີ 13 ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ຈີນ

(VOVWORLD) - ກອງປະຊຸມສຳມະນາທິດສະດີການເມືອງຄັ້ງທີ 13 ພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ຈີນ ດ້ວຍຫົວຂໍ້ວ່າ “ເພີ່ມທະວີການຊີ້ນຳນຳພາຂອງພັກສຳລັບວຽກງານສື່ມວນຊົນ ແລະ ສື່ສານໃນສະພາບການໃໝ່ - ບົດຮຽນຂອງ ຫວຽດນາມ, ບົດຮຽນຂອງ ຈີນ” ໄດ້ໄຂຂຶ້ນໃນວັນທີ 25 ພຶດສະພາ ຢູ່ນະຄອນ ເຈິງເຈົາ ແຂວງ ເຄືອໜານ, ຈີນ
ໄຂກອງປະຊຸມສຳມະນາທິດສະດີການເມືອງຄັ້ງທີ 13 ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ຈີນ - ảnh 1  ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອງ

ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອງ ເປັນຫົວໜ້າຄະນະ. ຄະນະຜູ້ແທນພັກກອມມູນິດ ຈີນ ໂດຍເລຂາທິການຄະນະເລຂາ, ຫົວໜ້າຄະນະໂຄສະນາສູນກາງ ລືວຈີ໋ປາວ ເປັນຫົວໜ້າຄະນະ. ກ່າວຄຳເຫັນນະທີ່ນີ້ ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ຢັ້ງຢືນທັດສະນະແຜນນະໂຍບາຍຂອງພັກກອມມູນິດ ຫວຽດນາມ ແມ່ນເຄົາລົບ ແລະ ປົກປ້ອງສິດເສລີດ້ານສື່ມວນຊົນ, ສິດເສລີໃນການປາກເວົ້າຄືດັ່ງຄຸນຄ່າສຳຄັນຂອງພື້ນຖານປະຊາທິປະໄຕສັງຄົມນິຍົມ ສ້າງເງື່ອນໄຂເພື່ອໃຫ້ສື່ມວນຊົນພັດທະນາ.

        ສ່ວນຝ່າຍຈີນ ທ່ານລືວຈີ໋ປາວ ຫົວໜ້າຄະນະໂຄສະນາສູນກາງ ສະເໜີທັດສະນະການກຳນົດທິດພື້ນຖານຂອງພັກກອມມູນິດ ຈີນ ກ່ຽວກັບວຽກງານຊີ້ນຳສື່ມວນຊົນ, ສື່ສານໃນສະພາບການໃໝ່. 

ຕອບກັບ

ຂ່າວ/ບົດ​ອື່ນ