ໄຂກອງປະຊຸມອົງການໄອຍະການປະຊາຊົນບັນດາແຂວງເຂດຊາຍແດນລາວ-ຫວຽດນາມ

ໄຂກອງປະຊຸມອົງການໄອຍະການປະຊາຊົນບັນດາແຂວງເຂດຊາຍແດນລາວ-ຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ​​ກອງ​ປະຊຸມ​​​ອົງການໄອ​ຍະ​ການ​ປະຊາຊົນ​ບັນດາ​​ແຂວງ​ເຂດ​ຊາຍ​​ແດນ​ ລາວ - ຫວຽດນາມ ຄັ້ງ​ທີ 4 ດ້ວຍ​ຫົວ​ຂໍ້​ວ່າ “ຍົກ​ສູງປະສິດທິ​ຜົນ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ລະຫວ່າງ​​​​​ອົງການໄອຍະ​ການ​ປະຊາຊົນ​ຫວຽດນາມ ​ແລະ ​​​ອົງການ​ໄອ​ຍະ​ການ​ປະຊາຊົນ​ລາວ ມຸ່ງ​ໄປ​ເຖິງ​ປະຊາ​ຄົມອາ​ຊຽນ” ​ເຊິ່ງຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າວັນ​ທີ 16/10, ຢູ່​ຫຼວງ​ພະ​ບາງ, ປະ​ເທດ​ລາວ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ຫົວໜ້າ​​​​ອົງການໄອ​ຍະ​ການ​ປະຊາຊົນ​ສູງສຸດ​ຫວຽດນາມ ຫງວຽນ​ຮ່ວາ​ບິ່ງ ​ໃຫ້​ຮູ້​ວ່າ, ​ໃນ​ໄລ​ຍະ​ຜ່ານ​ມາ, ການ​ພົວພັນຮ່ວມ​ມື​ມິດຕະພາບ ​ແລະ ການຮ່ວມ​ມື​ຕໍ່​ສູ້​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ລະຫວ່າງ​​​ອົງການ​​ໄອ​ຍະ​ການ​ປະຊາຊົນ 2 ປະ​ເທດ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັບປະກັນຄວາມ​ສະຫງົບປອດ​ໄພ, ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ຄວາມ​ໝັ້ນຄົງ​ໃຫ້​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ທ່ານ ຫງວຽນ​ຮ່ວາ​ບິ່ງ ກໍ​ເນັ້ນ​ໜັກ​ວ່າ, ​ເລື່ອງ​ອາ​ຊຽນ ກາຍ​ເປັນ​ປະຊາ​ຄົມ​ລວມ​ໃນ​ທ້າຍ​ປີ 2015 ນີ້ອາດ​ຈະ​ສ້າງ​ບັນດາ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ຄວາມ​ສະຫງົບປອດ​ໄພ, ຮຽກຮ້ອງ​​ໃຫ້​​ອົງການໄອ​ຍະ​ການ 2 ປະ​ເທດ ສົມທົບ​ກັນ​ຢ່າງ​​ແໜ້ນ​ແຟ້ນ ​ເພື່ອ​ແກ້​ໄຂ​​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​​ ຄໍາສານ ສຸວົງ ກໍາມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດລາວ, ​ເຫັນ​ດີ​ຕໍ່​ທັດສະນະ​ຂອງທ່ານ​ຫງວຽນ​ຮ່ວາ​ບ່ິງ, ຢືນຢັນ​ວ່າ, ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ຂົງ​ເຂດ​ອາຍາ ​ແລະ ຍົກ​ສູ​ງຄວາມ​ສາມາດ​ຂອງ​ອົງການ​ໄອ​ຍະ​ການ, ​​ໃນ​ນັ້ນ​ອົງການໄອຍະ​ການ​ຫວຽດນາມ ​ແລະ ລາວ ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມືກວ່າ​ອີກ ​ເພື່​ອ​ແນ​ໃສ່​ຕໍ່ສູ້​ກັບ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດມີ​ການຈັດ​ຕັ້ງຢ່າງ​ມີ​ປະສິດ​ທິຜົນ.

ຂ່າວ/ບົດ​ອື່ນ