ໄຂກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ APEC 2017

ໄຂກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ APEC 2017 - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງປະຊຸມ

(vovworld) - ພິ​ທີ​ໄຂ​ກອງ​ປະ​ຊຸມຮອງ​ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຮອງ​ຜູ້​ວ່າ​ການ​ທະ​ນາ​ຄານ​ສູນ​ກາງ APEC 2017 ໄດ້​​ໃນ​ຕອນ​ເຊົ້າ​ວັນ​ທີ 23/2, ຢູ່​ນະ​ຄອນ​ຍາ​ຈາງ, ແຂວງ ແຄ໋ງ​ຮ່​ວາ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ປະ​ມານ 150 ທ່ານ​ທີ່​ຕາງ​ໜ້າ​ໃຫ້ 21 ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ APEC ແລະ ບັນ​ດາ​ອົງ​ການ​ສາ​ກົນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທຳ​ອິດ​ຂອງວິ​ວັດ​ທະ​ນາ​ການ​ລັດ​ຖະ​ມົນ​ຕີ​ການ​ເງິນ APEC ໃນ​ບັນ​ດາ​ເຫ​ດ​ການ​ປີ APEC 2017 ຂອງ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ຫວຽດ​ນາມ ເຈີ່ນ​ຊວນ​ຮ່າ ເນັ້ນ​ໜັກ​ວ່າ:

        “ວິ​ວັດ​ທະ​ນາ​ການ​ຮ່ວມ​ມື​ດ້ານ​ການ​ເງິນ APEC 2017 ດ້ານ​ໜຶ່ງແມ່ນ​ຕິດ​ພັນ​ກັບ​ຫົວ​ຂໍ​້​ແຫ່ງ​ຊາດ, ດ້ານ​ອື່ນ​ຕ້ອງ​ສ​ືບ​ຕໍ່​ບັນ​ດາ​ຜົນ​ງານ​​ໃນປີ 2016, ພ້ອມ​ທັງ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ແຜນ​ການ​ເຄື່ອນ​ໄຫວ Cebu ບົນ​ພື້ນ​ຖານ​ການ​ສະ​ຫລຸບ​ຂອງກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງ​ິນ​ຄັ້ງ​ທີ 23. ໃນເວ​ລາ 2 ວັນ, ກອງ​ປະ​ຊຸມ​ຈະ​ປຶກ​ສາ​ຫາ​ລື​ຕີ​ລາ​ຄາ​ສະ​ພາບ​ການ ແລະ ແງ່​ຫວັງ​ເສດ​ຖະ​ກິດ​ທົ່ວ​ໂລ​ກ ແລະ ພາກ​ພື້ນ, ສັງ​ເກດ​ບັນ​ດາ​ກາ​ລະ​ໂອ​ກາດ, ສິ່ງ​ທ້າ​ທາຍ​ລວມ, ຈາກນັ້ນ, ມີ​ບັນ​ດາ​ມາດ​ຕະ​ການ​ຮ່ວມ​ມື​ຢ່າງແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ​ເພື່ອ​ແນ​ໃສ່​ຫລຸ​ດ​ຜ່ອນ​ຄວາມ​ສ່ຽງ, ພັດ​ທະ​ນາ​ແບບ​ຍືນ​ຍົງ, ເພີ່ມ​​ພູນ​ຄູນ​ສ້າງ​ໃຫ້​ອະ​ນາ​ຄົດ​ອັນ​ດີ​ງາມ.”


ຂ່າວ/ບົດ​ອື່ນ