ໄຂກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນກ່ຽວກັບການປ້ອງກັນ,ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ13

ໄຂກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນກ່ຽວກັບການປ້ອງກັນ,ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ13 - ảnh 1

 (vovworld)-​​ ວັນ​ທີ 19/6, ​ຢູ່​ນະຄອນ​ດາ​ຫນັງ, ກອງ​ປະຊຸມ​​ເຈົ້າ​ຫນ້າ​ທີ່​ອາວຸ​ໂສ​ອາ​ຊຽນກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ(SOMTC) ຄັ້ງ​ທີ 13 ຖືກ​ໄຂ​ຂຶ້ນ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້​ແທນ​ມາ​ຈາກ 10 ປະ​ເທ​ດສະມາ​ຊິກ ອາ​ຊຽນ, ຄະນະ​ເລຂາ​ອາ​ຊຽນ, ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ເຈລະຈາ​ຊື່​ງລວມມີ: ຈີນ, ຍີ່​ປຸ່ນ, ສ​ເກົາຫລີ, ລັດ​ເຊຍ, ອົດ​ສະ​ຕາ​ລີ, ນິວ​ເຊີ​​ແລນ, ສະຫະພາບ​ເອີ​ລົບ ​ແລະ ອາ​ເມ​ລິ​ກາ. ​ໃນ​ຂອ​ບ​ເຂດ​ກອງ​ປະຊຸມ​ຍັງ​ມີ​ບັນດາ​ການ​ທາ​ບທ່າມຄຳ​ເຫັນ, ການ​ໂອ້​ລົມ​ສົນທະນາ​ປຶກສາ​ຫາລື​ບັນດາ​ບົດຮຽນ, ມາດ​ຕະການ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ. ກ່າວ​ຄ​ຳ​ເຫັນ​ໄຂ​ກອງ​ປະຊຸມ, ພົນ​ຕີ ຟານ​ວັນ​ຫວິງ, ຫົວຫນ້າ​ກົມ​ໃຫຍ່​ຕຳຫລວດ​ປ້ອງ​ກັນ, ຕ້ານ​ອາດຊະ​ຍາ​ກຳ, ສັງກັດ​ກະຊວງ​ຕຳຫລວດ​ຫວຽດນາມ ​ໄດ້​ຢືນຢັນ​ວ່າ:

        “ການ​ມີຫນ້າ​ຂອງ​ຜູ້​ແທນບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ເຈລະຈາ ​ແມ່ນ​ພິ​ສູດ​ໃຫ້​ເຫັນ​ວ່າ ການ​ຮ່ວມມື​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ ​ພວມ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ລັດຖະບານ​ບັນດາ​ປະ​ເທດ ອາ​ຊຽນ. ພວກ​ຂ້າພະ​ເຈົ້າ​ຈະ​ພະຍາຍາມ​ເພື່ອ​ມີ​ເງື່ອນ​ໄຂ​ດີ​ທີ່​ສຸດ​ເພື່ອ​ໃຫ້​ກອງ​ປະຊຸມ​ປະສົບ​ຜົນສຳ​ເລັດ, ກໍ​ຄື​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ​ກັນ, ຄວາມ​ສາມັກຄີ ​ແລະ ພ້ອມ​ກັນ​ພັດທະນາ.”

 

ຂ່າວ/ບົດ​ອື່ນ