ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ

(VOVWORLD) -ວັນທີ 31 ກໍລະກົດ, ຢູ່ສິງກະໂປ, ໄດ້ດໍາເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (SOM ASEAN) ໂດຍມີການເຂົ້າຮ່ວມຂອງທ່ານຮອງລັດຖະມົນຕີ, ເລຂາຜູ້ປະຈໍາການກະຊວງການຕ່າງປະເທດ ຂອງ 10 ປະເທດອາຊຽນ ແລະ ຄະນະເລຂານຸການອາຊຽນ.
ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ - ảnh 1 ຜູ້ແທນເຂົ້າຮ່ວມກອງປະຊຸມ

ນີ້ແມ່ນການເຄື່ອນໄຫວເປີດສາກໃຫ້ແກ່ບັນດາກອງປະຊຸມ ເຊິ່ງນອນໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 51 (AMM 51) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ທີ່ໄດ້ດໍາເນີນໃນລະຫວ່າງວັນທີ 31 ກໍລະກົດ ຫາ 04 ສິງຫາ.

        ທີ່ກອງປະຊຸມ, ບັນດາປະເທດໄດ້ເຫັນດີນໍາກັນວ່າ ຄວນສືບຕໍ່ຍູ້ແຮງການພົວພັນຮ່ວມມືຂອງອາຊຽນກັບບັນດາຄູ່ຮ່ວມມື; ຍາດແຍ່ງການສະໜັບສະໜູນຂອງບັນດາຄູ່ຮ່ວມມືປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ວິວັດການແຫ່ງການສ້າງສາປະຊາຄົມອາຊຽນ, ໄປຄຽງຄູ່ກັບບັນດາມາດຕະການປັບປຸງຂັ້ນຕອນ ແລະ ຮູບແບບການຮ່ວມມື. ກ່ອນອື່ນໝົດ, ບັນດາປະເທດເຫັນດີສືບຕໍ່ໝູນໃຊ້ຮູບແບບປັບປຸງໃຫ້ບັນດາຂັ້ນຕອນໃຫ້ແກ່ກອງປະຊຸມຂັ້ນສູງ ແລະ ກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື (ASEAN+1) ໃນປີນີ້. ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ກໍໄດ້ແລກປ່ຽນກ່ຽວກັບຄວາມເປັນໄປໄດ້ໃນການຈັດຕັ້ງກອງປະຊຸມຂັ້ນສູງລະຫວ່າງອາຊຽນກັບບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງ.  ເນ່ື່ອງໃນໂອກາດນີ້, ກອງປະຊຸມໄດ້ພິຈາລະນາຂໍ້ສະເໜີຂອງອີຣານ ແລະ ອັກຊັງຕີນ ຢາກໄດ້ເຂົ້າຮ່ວມສົນທິສັນຍາໄມຕີຈິດ ແລະ ການຮ່ວມມືຢູ່ອາຊີຕາເວັນອອກ (TAC).

        ພ້ອມກັນນັ້ນ, ບັນດາປະເທດກໍເຫັນດີສືບຕໍ່ຢັ້ງຢືນຄືນບັນດາຫຼັກການທີ່ໄດ້ຕົກລົງເຫັນດີໃນກຸ່ມອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກອີກດ້ວຍ.

ທ່ານ ຫງວຽນກວັກຢູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ນຳຫນ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ໃຫ້ຮູ້ວ່າ: ຫວຽດນາມ ສືບຕໍ່ຍົກອອກບັນດາຄຳໝັ້ນສັນຍາຈະສົມທົບຢ່າງແຫນ້ນແຟ້ນກັບບັນດາປະເທດສະມາຊິກ ອາຊຽນ ເພື່ອຜັນຂະຫຍາຍຜົນສຳເລັດທີ່ໄດ້ໃຫ້ບຸລິມະສິດຂອງກຸ່ມໃນປີ 2018 ກໍ່ຄືສຳເລັດບັນດາເປົ້າໝາຍຕາມວິໄສທັດ ອາຊຽນ 2025 ຊື່ງບັນດາປະເທດອາຊຽນ ໄດ້ເຫັນດີຮັບຮອງເອົາ.

 

ຕອບກັບ

ຂ່າວ/ບົດ​ອື່ນ