ໄຂກອງປະຊຸມໂອ້ລົມສົນທະນາພາກລັດ-ເອກະຊົນກ່ຽວກັບແມ່ຍິງ ແລະ ເສດຖະກິດ

(VOVWORLD) - ກອງປະຊຸມໂອ້ລົມສົນທະນາພາກລັດ - ເອກະຊົນ ກ່ຽວກັບແມ່ຍິງ ແລະ ເສດຖະກິດ ຖືກໄຂຂຶ້ນໃນວັນທີ 28 ກັນຍາ ຢູ່ແຂວງ ເທື່ອທຽນ-ເຫ້ວ.
ໄຂກອງປະຊຸມໂອ້ລົມສົນທະນາພາກລັດ-ເອກະຊົນກ່ຽວກັບແມ່ຍິງ ແລະ ເສດຖະກິດ - ảnh 1 ກອງປະຊຸມໂອ້ລົມສົນທະນາພາກລັດ-ເອກະຊົນກ່ຽວກັບແມ່ຍິງ ແລະ ເສດຖະກິດ

ນີ້ແມ່ນເຫດການຕົ້ນຕໍທີ 2 ໃນຈຳນວນ 3 ເຫດການຕົ້ນຕໍຂອງເວທີປາໄສແມ່ຍິງ ແລະ ເສດຖະກິດ APEC 2017 ຊຶ່ງດຳເນີນ ຢູ່ນະຄອນ ເຫ້ວ ແຕ່ວັນທີ 26 – 29 ກັນຍາ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ຊີ້ແຈ້ງວ່າ:

        “ສັກກະລາດດີຈີຕອນແມ່ນບາດກ້າວພັດທະນາຢ່າງກະໂດດຂັ້ນຂອງມວນມະນຸດ ແຕ່ພວມວາງອອກສິ່ງທ້າທາຍອັນໃຫຍ່ຫລວງສຳລັບຫລາຍກຸ່ມຄົນໃນສັງຄົມ, ໃນນັ້ນ ພິເສດແມ່ນມີໄພເດັກຍິງຖືກປະໄວ້ຢູ່ທາງຫລັງ. ເພາະສະນັ້ນ, ພວກເຮົາຄວນມີບັນດານະໂຍບາຍໝູນໃຊ້ບັນດາທ່າໄດ້ປຽບຂອງເຕັກໂນໂລຊີຂໍ້ມູນຂ່າວສານໃນຍຸກສະໄໝເຕັກນິດດີຈີຕອນ ເພື່ອແນໃສ່ໜູນຊ່ວຍແມ່ຍິງໄດ້ສຳຜັດກັບບັນດາໂອກາດກ່ຽວກັບອາຊີບ, ການດຳເນີນທຸລະກິດ, ການໂຄສະນາ…ແລະ ບັນດາໂອກາດເພີ່ມທະວີການພົວພັນແລກປ່ຽນເຊື່ອມຕໍ່ກັບເຄືອຂ່າຍບັນດານັກທຸລະກິດຍິງໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ