ໄຂກອງປະຊຸມໃຫ່ຍຂອງສະມັດຊາ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 33

ໄຂກອງປະຊຸມໃຫ່ຍຂອງສະມັດຊາ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 33 - ảnh 1

ບັນດາ​ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ​ໃຫ່ຍ

(ພາບ:kinhtetapdoan.net)

(vovworld)- ກອງ​ປະຊຸມ​ໃຫ່ຍຂອງສະມັດຊາ​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ ຄັ້ງທີ 33 (AIPA) ​ໄດ້​ໄຂ​ຂຶ້ນ​ໃນຕອນ​ຄ່ຳວັນ​ທີ 17/9, ຢູ່​ Lombok ​ແຂວງ Nusa Tenggara ປະ​ເທດ​ອິນ​ໂດ​ເນ​ເຊຍ ດ້ວຍ​ຫົວ​ຂໍ້​ສຳຄັນ​ຄື: “​ເພີ່ມ​ທະວີ​ບົດບາດ​ຂອງ​ລັດຖະສະພາ​ມຸ້ງ​ໄປ​ເຖິງ​ປະຊາ​ຄົມ​ອາ​ຊຽນ 2015“. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Tong Thi Phong ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ໃຫ່ຍ AIPA 33, ທ່ານ​ປະທານ AIPA Marzuki Alie ​ໄດ້​ເນັ້ນໜັກ​ເຖິງ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ກອງ​ປະຊຸມໃຫ່ຍ AIPA 33 ຈັດ​ຂຶ້ນ​ຢູ່ອິນ​ໂດ​ເນ​ເຊຍ ​ແຕ່​ວັນ​ທີ 17-22/9. AIPA ມີ​ການ​ປະກອບສ່ວນ​ອັນຕັ້ງໜ້າ ​ແລະ ​ໃຫ່ຍຫຼວງ​ເຂົ້າ​ໃນ​ວິວັດ​ການ​ຮ່ວມ​ມື, ​ເຊື່ອມ​ໂຍງ ​ແລະ ພັດທະນາ​ໃນ​ພາກ​ພື້ນ. ກອງປະຊຸມໃຫ່ຍ AIPA 33 ຈະ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ຊື່​ງບັນດາ​ປະ​ເທດ​ສະມາຊິກ​ຕ່າງ​ມີ​ຄວາມ​ສົນ​ໃຈ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ສັງຄົມ, ການຈັດຕັ້ງ ​ແລະ ​ການ​ເຄື​່ອນ​ໄຫວ​ຂອງ AIPA ​ໃນ​ສະພາບ​ການ​ໃໝ່​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະສະພາ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນລະ​ພາບ, ຄວາມ​ໝັ້ນຄົງ ​ແລະ ວັດທະນະ​ຖາວອນ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ