ໄຂກອງ​ປະ​ຊຸມ​ໃຫ່​ຍ​ຜູ້​ແທນ​ສະ​ມາ​ຄົມ​ປົກ​ປ້ອງ​ສິດ​ທິ​ຂອງ​ເດັກ ຫວຽດ​ນາມ ຄັ້ງ​ທີ 4

(VOVWORLD) - ຕອນເຊົ້າວັນທີ 1 ທັນວາ, ຢູ່ ຮ່າໂນ້ຍ, ກອງປະຊຸມໃຫ່ຍຜູ້ແທນສະມາຄົມປົກປ້ອງສິດທິຂອງເດັກ ຫວຽດນາມ ຄັ້ງທີ 4 ອາຍຸການ 2023-2028, ໄດ້ໄຂຂຶ້ນຢ່າງເປັນທາງການ.
 
ໄຂກອງ​ປະ​ຊຸມ​ໃຫ່​ຍ​ຜູ້​ແທນ​ສະ​ມາ​ຄົມ​ປົກ​ປ້ອງ​ສິດ​ທິ​ຂອງ​ເດັກ ຫວຽດ​ນາມ ຄັ້ງ​ທີ 4 - ảnh 1(ພາບ: VOV)

     ຕອນເຊົ້າວັນທີ 1 ທັນວາ, ຢູ່ ຮ່າໂນ້ຍ, ກອງປະຊຸມໃຫ່ຍຜູ້ແທນສະມາຄົມປົກປ້ອງສິດທິຂອງເດັກ ຫວຽດນາມ ຄັ້ງທີ 4 ອາຍຸການ 2023-2028, ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍຫົວເລື່ອງ “ສາມັກຄີ, ປະດິດຄິດສ້າງ, ເຊື່ອມໂຍງ, ອຸທິດສ່ວນເພື່ອການພັດທະນາຮອບດ້ານຂອງເດັກ, ປະກອບສ່ວນສ້າງສາປະເທດຊາດແຫ່ງວັດທະນາຖາວອນ, ມີຄວາມຜາສຸກ”.

  ບົດລາຍງານທີ່ກອງປະຊຸມໃຫ່ຍຂອງສະມາຄົມປົກປ້ອງສິດທິຂອງເດັກ ຫວຽດນາມ ໃຫ້ຮູ້ວ່າ,  ໃນອາຍຸການຜ່ານມາ, ສະມາຄົມມີຫຼາຍການເຄື່ອນໄຫວທີ່ຕັ້ງໜ້າເພື່ອປົກປ້ອງສິດທິຂອງເດັກ. ທ່ານຮ່າດິນບົນ, ຮອງປະທານສະມາຄົມ ໃຫ້ຮູ້ວ່າ, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງດ້ານການເງິນ ແລະ ມະນຸດກໍ່ຕາມ ແຕ່ທາງສະມາຄົມຍັງເດັດດຽວຕິດພັນກັບໜ້າທີ່:

  ເສີມຂະຫຍາຍບົດບາດສາມັກຄີ, ສົມທົບກັບບັນດາສ່ວນບຸກຄົນ, ອົງການຈັດຕັ້ງເພື່ອຊຸກຍູ້ປະຕິບັດ ແລະ ປົກປ້ອງສິດທິຂອງເດັກ; ພັດທະນາ ແລະ ຍົກສູງຄວາມສາມາດ, ປ່ຽນໃໝ່ເນື້ອໃນ ແລະ ວິທີການເຄື່ອນໄຫວຂອງສະມາຄົມ. ເພີ່ມທະວີ ແລະ ຍົກສູງຄຸນນະພາບວຽກງານໂຄສະນາຂົນຂວາຍສັງຄົມ, ເຂົ້າຮ່ວມການສ້າງນະໂຍບາຍ, ກົດໝາຍ, ຕິດຕາມກວດກາ, ໃຫ້ຄຳປຶກສາ ແລະ ໜູນຊ່ວຍປະຕິບັດສິດທິຂອງເດັກ ແລະ ແກ້ໄຂບັນດາບັນຫາກ່ຽວກັບເດັກ, ປະກອບສ່ວນສ້າງສະພາບແວດລ້ອມທີ່ປອດໄພ, ໃສແຈ້ງ, ເປັນມິດ ແລະ ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ