ໄຂ​ການ​ທ່ອງ​ທ່ຽວ​ລະ​ດູ​ເຂົ້າ​ສຸກ​ເຫຼືອງ ມູ່​ກາງ​ຈາຍ ປີ 2023

(VOVWORLD) -  ບັນດາລາຍການສະແດງສິລະປະທີ່ເປັນເອກະລັກ ໄດ້ເຮັດໃຫ້ຜູ້ແທນ ແລະ ແຂກທ່ອງທ່ຽວ ໄດ້ຫວນຄືນຈຸດເວລານາທີປະຫວັດສາດທີ່ສະຫງ່າອົງອາດຂອງກ່ອນນີ້ 78 ປີ, ເມື່ອທຸກແຖບຖິ່ນໃນທົ່ວປະເທດເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ສະຫງ່າອົງອາດຂອງປະຊາຊົນຮັກປະເທດຊາດນັບໝື່ນໆຄົນໄດ້ ລຸກຮື້ຂຶ້ນຍາດເອົາເອກະລາດ, ເສລີພາບ ແລະ ເວລານາທີທີ່ສັກສິດຂອງວັນຊາດ ຫວຽດນາມ ທີ 2 ກັນຍາ.
ໄຂ​ການ​ທ່ອງ​ທ່ຽວ​ລະ​ດູ​ເຂົ້າ​ສຸກ​ເຫຼືອງ ມູ່​ກາງ​ຈາຍ ປີ 2023 - ảnh 1ລາຍການສະແດງສິລະປະຂ່ຳນັບຮັບຕ້ອນວັນຊາດ ຫວຽດນາມ ແລະ ໄຂລາຍການທ່ອງທ່ຽວລະດູເຂົ້າສຸກເຫຼືອງ ມູ່ກາງຈາຍ ປີ 2023 (ພາບ:VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ, ຕອນຄ່ຳວັນທີ 1 ກັນຍາ, ເມືອງ ມູ່ກາງຈາຍ (ແຂວງ ອຽນບາຍ) ຂອງ ຫວຽດນາມ ໄດ້ຈັດລາຍການສະແດງສິລະປະເພື່ອຂ່ຳນັບຮັບຕ້ອນວັນຊາດ ຫວຽດນາມ ແລະ ໄຂລາຍການທ່ອງທ່ຽວລະດູເຂົ້າສຸກເຫຼືອງ ມູ່ກາງຈາຍ ປີ 2023.

        ບັນດາລາຍການສະແດງສິລະປະທີ່ເປັນເອກະລັກ ໄດ້ເຮັດໃຫ້ຜູ້ແທນ ແລະ ແຂກທ່ອງທ່ຽວ ໄດ້ຫວນຄືນຈຸດເວລານາທີປະຫວັດສາດທີ່ສະຫງ່າອົງອາດຂອງກ່ອນນີ້ 78 ປີ, ເມື່ອທຸກແຖບຖິ່ນໃນທົ່ວປະເທດເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ສະຫງ່າອົງອາດຂອງປະຊາຊົນຮັກປະເທດຊາດນັບໝື່ນໆຄົນໄດ້ ລຸກຮື້ຂຶ້ນຍາດເອົາເອກະລາດ, ເສລີພາບ ແລະ ເວລານາທີທີ່ສັກສິດຂອງວັນຊາດ ຫວຽດນາມ ທີ 2 ກັນຍາ. ລາຍການດັ່ງກ່າວ ກໍໄດ້ນຳສະເໜີເຖິງແຂກທ່ອງທ່ຽວຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເມືອງ ມູ່ກາງຈາຍ.

        ກໍໃນວັນດຽວກັນ, ກ່ອນດຳເນີນລາຍການສິລະປະນີ້, ລາຍການສະແດງ “ຊາວເຜົ່າມົ້ງລົງຢາມນະຄອນ” ດ້ວຍການສະແດງທີ່ຈັບອົກຈັບໃຈ, ອັນໄດ້ສ້າງບັນຍາກາດຄືກຄື້ນມ່ວນຊື່ນໃນຖະໜົນສາຍຕ່າງໆຢູ່ໃຈກາງເທດສະບານ ມູ່ກາງຈາຍ.

ຕອບກັບ

ຂ່າວ/ບົດ​ອື່ນ