ໄຂການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ຍີ່ປຸ່ນ ແລະ ງານວາງສະແດງດອກສະກຸຣະຢູ່ ຮ່າໂນ້ຍ

ໄຂການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ຍີ່ປຸ່ນ ແລະ ງານວາງສະແດງດອກສະກຸຣະຢູ່ ຮ່າໂນ້ຍ - ảnh 1
(ພາບປະກອບ)

(vovworld) - ການ​ເຄື່ອນ​ໄຫວ​ພົບປະ​ແລກປ່ຽນ​ວັດທະນະທຳ ຍີ່ປຸ່ນ ​ແລະ ງານ​ວາງສະ​ແດງດອກ​ສະກຸຣະຢູ່ ຮ່າ​ໂນ້ຍ ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 10/03 ​ແມ່ນ​ການ​ເຄື່ອນ​ໄຫວ​ແທດ​ຈິງ, ປະກອບສ່ວນ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ ​ເຂົ້າ​ສູ່​ລວງ​ເລິກ​. ກ່າວຄຳ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ຢວານ​ຕວານ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ຢືນຢັນ​ວ່າ: ບັນດາ​ການ​ເຄື່ອນ​ໄຫວ​ພົບປະ​ແລກປ່ຽນ​ວັດທະນະທຳ ຍີ່ປຸ່ນ ​ແລະ ງານ​ວາງສະ​ແດ​ງດອກສະກຸຣະຢູ່ ຮ່າ​ໂນ້ຍ ​ໃນ​ປີ 2017 ​ແມ່ນປະກອບສ່ວນ​​ໂຄ​ສະນາ, ​ແນະນ​ຳ, ເຜີ​ຍ​ແຜ່ຮູບ​ພາບ, ຄວາມ​ງາມ​ວັດທະນະທຳ​ຂອງ​ປະ​ເທດ ຍີ່ປຸ່ນ ໃຫ້ແກ່​ປະຊາຊົນ​ນະຄອນຫລວງ ຮ່າ​ໂນ້ຍ. ທ່ານ ຫງວຽນ​ຢວານ​ຕວານ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “ບັນດາ​ການ​ເຄື່ອນ​ໄຫວ​ພົບປະແລກປ່ຽນ​ວັດທະນະທຳ ຍີ່ປຸ່ນ ​ແລະ ງານ​ວາງສະ​ແດງ……………..​ຢູ່​ຮ່າ​ໂນ້ຍ ປີ 2017 ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ປະກອບສ່ວນ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ ​ເຂົ້າ​ສູ່​ລວງ​​ເລິກ. ນີ້​​ແມ່ນ​ການສະ​ແດງ​ຄວາມ​​ສົນ​ໃຈ​ຂອງ ຍີ່ປຸ່ນ ສຳລັບ​ປະ​ເທດ​ ຫວຽດນາມ ກັບ​ປະຊາຊົນ​ນະຄອນຫລວງ; ປະກອບສ່ວນ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ນັບ​ມື້​ນັບ​ພັດທະນາ​ຮອບດ້ານ, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ 2 ປະ​ເທດ”.

        ການ​ເຄື່ອນ​ໄຫວ​ພົບປະ​ແລກປ່ຽນ​ວັດທະນະທຳ ຍີ່ປຸ່ນ ​ແລະ ງານ​ວາງສະ​ແດງດອກສະກຸຣະຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 12/03 ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ