ໄຂການເສັງ “ແສງສະຫວ່າງເຍືອງທາງ” ປີ 2015

ໄຂການເສັງ “ແສງສະຫວ່າງເຍືອງທາງ” ປີ 2015 - ảnh 1
ໄຂການເສັງ “ແສງສະຫວ່າງເຍືອງທາງ” ປີ 2015
(ພາບ: dangcongsan.vn)


(vovworld) – ການ​ເສັງ ​ໂອ​ລິ​ມປິກ ທົ​່ວປະ​ເທດ​ບັນດາ​ວິຊາວິທະຍາສາດ ​ມາກ - ​ເລ​ນີນ ​ແລະ ​ແນວ​ຄິດ​ປະທານ​ໂຮ່ຈິ​ມິນ “​ແສງ​ສະຫວ່າງ​ເຍືອງ​ທາງ” ປີ 2015 ຖືກ​ດຳ​ເນີນ​ໃນ​ວັນ​ທີ 08/03 ຢູ່​ຮ່າ​ໂນ້ຍ, ການ​ເສັງ​​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ສຶກສາ​ລັດທິ​ມາກ​ເລ​ນີນ, ​ແນວ​ຄິດ​ປະທານ​ໂຮ່ຈິ​ມິນ, ຜ່ານ​ນັ້ນ​ຍົກ​ສູງ​ຄວາມ​​ຮູ້​ທາງດ້ານ​ການ​ເມືອງ, ບຳລຸງອຸດົມ​ຄະຕິ​ປະຕິວັດ​ໃນ​ສະມາຊິກ​ຊາວ​ໜຸ່ມ, ນັກ​ສຶກສາ; ສ້າງ​ເງື່ອນ​ໄຂ​​ໃຫ້​ສະມາຊິກ​ຊາວ​ໜຸ່ມ, ນັກ​ສຶກສາ​ພົບ, ​ປະ​ແລກປ່ຽນບົດຮຽນ​​ໃນ​ການ​ຊອກ​ຮູ້, ຮໍ່າຮຽນ​ບັນດາ​ວິ​ຊາ​ວິທະຍາສາດ ມາກ - ​ເລ​ນີນ ​ແລະ ​ແນວ​ຄິດ​ປະທານ​ໂຮ່ຈິ​ມິນ; ນຳ​ໃຊ້​ລັດທິ​ມາກ - ​ເລ​ນີນ ​ແລະ ​ແນວ​ຄິດ​ປະທານ​ໂຮ່ຈິ​ມິນ ​ເຂົ້າ​ໃນ​ວຽກ​ງານ​ຮໍ່າຮຽນ, ປະຕິບັດ​ວຽກ​ງານ, ຊີວິດ ​ແລະ ຝຶກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງ. ດ້ວຍ​ຫົວ​ຂໍ້ “​ແສງ​ສະຫວ່າງ​ເຍືອງ​ທາງ”, ການ​ເສັງ ​ໂອ​ລິ​ມປິກ ທົ່ວປະ​ເທດ​ບັນດາ​ວິຊາວິທະຍາສາດ ​ມາກ - ​ເລ​ນີນ ​ແລະ ​ແນວ​ຄິດ​ປະທານ​ໂຮ່ຈິ​ມິນ ປີ 2015 ​ໄດ້​ດຶງ​ດູດ​ນັກ​ສຶກສາ​ໃນ​ທົ່ວ​ປະ​ເທດ​​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ​.

ຂ່າວ/ບົດ​ອື່ນ