ໄຂການໂອ້ລົມສົນທະນາຫຼາຍຝ່າຍກ່ຽວກັບ APEC ມຸ່ງໄປເຖິງ 2020 ແລະ ອະນາຄົດ

(VOVWORLD) - ການໂອ້ລົມສົນທະນາຫຼາຍຝ່າຍຂອງ APEC ກ່ຽວກັບວິໄສທັດ 2020 ແລະ ອະນາຄົດ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 16 ພຶດສະພາ ຢູ່ຮ່າໂນ້ຍ. 
ໄຂການໂອ້ລົມສົນທະນາຫຼາຍຝ່າຍກ່ຽວກັບ APEC ມຸ່ງໄປເຖິງ 2020 ແລະ ອະນາຄົດ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຄຳເຫັນທີ່ພິທີໄຂ

ນີ້ແມ່ນຂໍ້ລິເລີ່ມຂອງ ຫວຽດນາມ ໃນປີ APEC 2017 ດ້ວຍຄວາມຫວັງສ້າງເວທີປາໄສແລກປ່ຽນແນວຄວາມຄິດ, ສ້າງວິໄສທັດ APEC ຫຼັງປີ 2020, ເພື່ອຈາກນັ້ນກຳນົດບັນດາບາດກ້າວ ແລະ ສ້າງບັນດາຂໍ້ສະເໜີແນະບົດລາຍງານຂອງບັນດາລັດຖະມົນຕີ ແລະ ການນຳຂັ້ນສູງໃນເດືອນ 11 ຈະມາເຖິງເປັນຮູບປະທຳ.

        ກ່າວຄຳເຫັນຊີ້ນຳວາລະໄຂການໂອ້ລົມສົນທະນາໃນຕອນເຊົ້າ 16 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຖືວ່າ: APEC ພວມຍື່ນຕໍ່ໜ້າບັນດາການຫັນປ່ຽນຢ່າງວ່ອງໄວ ແລະ ເລິກເຊິ່ງຂອງໂລກ. ການປະຕິວັດອຸດສາຫະກຳຄັ້ງທີ 4, ພິເສດແມ່ນເຕັກໂນໂລຢີດີຈີຕອນ, ພວມເຮັດໃຫ້ສະພາບການເສດຖະກິດທົ່ວໂລກມີການປ່ຽນແປງ. ເພື່ອໃຫ້ APEC ສືບຕໍ່ກາຍເປັນພາກພື້ນຮ່ວມສຳພັນຢ່າງແຮງ, APEC ຄວນສ້າງວິໄສທັດໃໝ່ຫຼັງປີ 2020 ເພື່ອນຳມາໃຫ້ APEC ຄຸນຄ່າ ແລະ ບົດບາດໃໝ່ໃນໂຄງປະກອບເສດຖະກິດພາກພື້ນ ແລະ ທົ່ວໂລກພວມປ່ຽນແປງ. ທ່ານປະທານປະເທດ ເຈີ່ນດ້າຍກວາງ, ເນັ້ນໜັກວ່າ:

        “ການເຕີບໂຕບໍ່ສາມາດຍືນຍົງໄດ້ຖ້າຫາກບໍ່ກວມລວມທາງດ້ານເສດຖະກິດ, ການເງິນ ແລະ ສັງຄົງ. ການເຕີບໂຕຈະບ່ໍສາມາດຍືນຍົງໄດ້ ຖ້າຫາກບໍ່ຍູ້ແຮງການປະຕິຮູບໂຄງປະກອບເສດຖະກິດ, ຍົກສູງກຳລັງປະດິດສ້າງ ແລະ ການແກ່ງແຍ້ງຂອງທັງພື້ນຖານເສດຖະກິດ ແລະ ບັນດາວິສາຫະກິດ… ກະແຈຂອງຜົນສຳເລັດໃໝ່ຂອງ APEC ໃນປະຈຸບັນແມ່ນ APEC ຕ້ອງຖືປະຊາຊົນ ແລະ ວິສາຫະກິດຢູ່ໃຈກາງຂອງການພັດທະນາ. ພວກເຮົາຄວນຊຸກຍູ້ການພັດທະນາແບບຍືນຍົງ, ກວມລວມ ແລະ ມີຫົວຄິດປະດິດສ້າງ, ນຳບັນດາພາກສ່ວນໃນສັງຄົມພ້ອມກັນເຂົ້າຮ່ວມ ແລະ ຮັບບັນດາການພັດທະນາ ແລະ ຄວາມວັດທະນາຖາວອນລວມ”

 

ຕອບກັບ

ຂ່າວ/ບົດ​ອື່ນ