ໄຂຄ້າຍພັກແລ້ງຊາວໜຸ່ມນັກສຶກສາ ຫວຽດນາມ ທົ່ວເອີຣົບ 2018

(VOVWORLD) - ພິທີໄຂຄ້າຍພັກແລ້ງຊາວໜຸ່ມນັກສຶກສາ ຫວຽດນາມ ທົ່ວເອີຣົບ ປີ 2018 ໄດ້ດຳເນີນໃນຕອນຄ່ຳວັນທີ 17 ສິງຫາ ຢູ່ນະຄອນຫລວງ Budapest ປະເທດ ຮຸງກາຣີ.
ໄຂຄ້າຍພັກແລ້ງຊາວໜຸ່ມນັກສຶກສາ ຫວຽດນາມ ທົ່ວເອີຣົບ 2018 - ảnh 1 ຄ້າຍພັກແລ້ງຊາວໜຸ່ມນັກສຶກສາ ຫວຽດນາມ ທົ່ວເອີຣົບ 2018

ເຂົ້າຮ່ວມພິທີໄຂມີທ່ານ ຫງວຽນແອງຕ໋ວນ ເລຂາຜູ້ປະຈຳການຄະນະບໍລິຫານງານສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳບາງປະເທດຢູ່ ເອີຣົບ ພ້ອມດ້ວຍຊາວໜຸ່ມ, ນັກສຶກສາ ຫວຽດນາມ 150 ຄົນ ພວມຮ່ຳຮຽນ ແລະ ດຳລົງຊີວິດຢູ່ 19 ປະເທດ ເອີຣົບ .

        ຄ້າຍພັກແລ້ງແມ່ນໂອກາດເພື່ອໃຫ້ບັນດາຊາວໜຸ່ມ, ນັກສຶກສາພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ບັນດາປະເທດ ເອີຣົບ ໄດ້ພົບປະແລກປ່ຽນ, ຮ່ຳຮຽນເຊິ່ງກັນ ແລະ ກັນ, ເພີ່ມທະວີການເຊື່ອມຕໍ່, ພ້ອມທັງເພີ່ມເຕີມຄວາມຮູ້ ແລະ ທັກສະການດຳລົງຊີວິດທີ່ຈຳເປັນໃຫ້ແກ່ວຽກງານໃນປັດຈຸບັນ ແລະ ອະນາຄົດ. ທ່ານ ຫງວຽນແອງຕ໋ວນ ເລຂາຜູ້ປະຈຳການຄະນະບໍລິຫານງານສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຕີລາຄາວ່າ:

        “ຜ່ານຄ້າຍພັກແລ້ງຄັ້ງນີ້, ພວກຂ້າພະເຈົ້າຮັບຮູ້ວ່າ ການເຄື່ອນໄຫວຂອງບັນດາສະມາຄົມຊາວໜຸ່ມ, ນັກສຶກສາ ຫວຽດນາມ ຢູ່ບັນດາປະເທດ ເອີຣົບ ໄດ້ປະກອບສ່ວນເຂົ້າໃນໝາກຜົນລວມຂອງຂະບວນການນັກສຶກສາ, ວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມຂອງທົ່ວປະເທດ ແລະ ພິເສດແມ່ນການປະກອບເຂົ້າໃນວຽກງານການພົວພັນຕ່າງປະເທດ, ວຽກງານກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຂອງພັກ ແລະ ລັດ ຫວຽດນາມ.

ໄຂຄ້າຍພັກແລ້ງຊາວໜຸ່ມນັກສຶກສາ ຫວຽດນາມ ທົ່ວເອີຣົບ 2018 - ảnh 2 ທ່ານ ຫງວຽນແອງຕ໋ວນ ເລຂາຜູ້ປະຈຳການຄະນະບໍລິຫານງານສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ

         ບັນດາການເຄື່ອນໄຫວຂອງຄ້າຍພັກແລ້ງຈະແກ່ຍາວຮອດວັນທີ 19 ສິງຫາຈຶ່ງອັດລົງ.

 

ຕອບກັບ

ຂ່າວ/ບົດ​ອື່ນ