ໄຂງານ Festival ຈ່າງອານ ເຊື່ອມຕໍ່ມໍລະດົກ - ນິງບິ່ງປີ 2022

(VOVWORLD) -ງານ Festival ຈ່າງອານ ເຊື່ອມຕໍ່ມໍລະດົກ ມີການເຄື່ອນໄຫວທີ່ເປັນເອກະລັກສະເພາະ 5 ຢ່າງ ເຊິ່ງດຳເນີນແຕ່ວັນທີ 17-19 ພະຈິກ
ໄຂງານ Festival ຈ່າງອານ ເຊື່ອມຕໍ່ມໍລະດົກ - ນິງບິ່ງປີ 2022 - ảnh 1ພິທີໄຂງານ Festival ຈ່າງອານ
(ພາບ: tuyengiao.vn)

       ງານ Festival ຈ່າງອານ ເຊື່ອມຕໍ່ມໍລະດົກ - ນິງບິ່ງປີ 2022 ດ້ວຍຫົວຂໍ້ “ຮວາລື “ດັງກ້ອງກັງວານນັບພັນປີ” ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 17 ພະຈິກ. ເຂົ້າຮ່ວມງານ Festival ຄັ້ງນີ້ມີ 14 ແຂວງ, ນະຄອນ ຕາງໜ້າໃຫ້ບັນດາເຂດ, ພາກຢູ່ພາຍໃນປະເທດ; ຄະນະສີລະປະແຂວງ ອຸດົມໄຊ (ລາວ) ເຊິ່ງແມ່ນທ້ອງຖິ່ນແຮກສ່ຽວກັບແຂວງ ນິງບິ່ງ ແລະ ນາງງາມກວ່າ 70 ຄົນທີ່ເປັນຕົວແທນໃຫ້ບັນດາປະເທດ, ເຂດແຄ້ວນໃນໂລກເຂົ້າຮ່ວມງານປະກວດນາງງາມທ່ອງທ່ຽວໂລກ 2022.

        ງານ Festival ຈ່າງອານ ເຊື່ອມຕໍ່ມໍລະດົກ ມີການເຄື່ອນໄຫວທີ່ເປັນເອກະລັກສະເພາະ 5 ຢ່າງ ເຊິ່ງດຳເນີນແຕ່ວັນທີ 17-19 ພະຈິກ, ລວມມີ: ລາຍການໄຂງານ Festival ຈ່າງອານ; ງານວາງສະແດງວັດທະນະທຳ ແລະ ປະຫວັດສາດທີ່ເປັນມູນເຊື້ອ; ລາຍການງານບຸນທ້ອງຖະໜົນ; ລາຍການດົນຕີມໍລະດົກວັດທະນະທຳ ແລະ ສຽງກ້ອງຍຸກສະໄໝ; ລາຍງານປິດງານ Festival. ຜ່ານເຫດການວັດທະນະທຳທີ່ມີຄວາມໝາຍສຳຄັນນີ້, ແຂວງ ນິງບິ່ງ ຫວັງວ່າ ຈະໂຄສະນາຄຸນຄ່າມໍລະດົກຂອງເຂດດິນແດນເມືອງຫຼວງເກົ່າແກ່ ທີ່ມີມູນເຊື້ອອຸດົມສົມບູນ, ພ້ອມກັນນັ້ນ, ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນ ແລະ ເຊີດຊູມໍລະດົກຂອງເຂດພາກ.

ຕອບກັບ

ຂ່າວ/ບົດ​ອື່ນ