ໄຂງານງານມະໂຫລານຊາວໜຸ່ມດີເດັ່ນປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ ປີ 2018

(VOVWORLD) -        ວັນທີ 22 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະກຸ່ມອົງການສູນກາງຈັດຕັ້ງງານມະໂຫລານເຊີດຊູຊາວໜຸ່ມຜູ້ດີເດັ່ນປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ ປີ 2018.

ງານມະໂຫລານຊາວໜຸ່ມຜູ້ດີເດັ່ນປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ ປີນີ້ ແນໃສ່ຍ້ອງຍໍຊົມເຊີຍບັນດາແບບຢ່າງດີເດັ່ນ ໃນໄລຍະ 2016 – 2018 ແລະວາງອອກບັນດາມາດຕະການປະຕິບັດຄຳສັ່ງເລກທີ 5 ຂອງກົມການເມືອງ ກ່ຽວກັບ “ການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ໃນໄລຍະຈະມາເຖິງໃຫ້ເປັນຢ່າງດີ. ທີ່ງານມະໂຫລານ ມີຜູ້ແທນເຂົ້າຮ່ວມ 70 ຄົນ ໄດ້ຍ້ອງຍໍຊົມເຊີຍຊາວໜຸ່ມຜູ້ດີເດັ່ນໃນການປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ. ນີ້ແມ່ນບັນດາແບບຢ່າງດີເດັ່ນ, ພົ້ນເດັ່ນໃນທຸກຂົງເຂດຄື ການປະຕິບັດງານ, ສຶກສາຮ່ຳຮຽນ, ຄົ້ນຄວ້າວິທະຍາສາດດ້ວຍຫຼາຍຫົວຂໍ້, ຂໍ້ລິເລີ່ມທີ່ນຳມາເຊິ່ງຜົນປະໂຫຍດ; ຫຼາຍຮູບແບບ, ມາດຕະການໄດ້ທະວີຄູນ, ແຜ່ຂະຫຍາຍໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ