ໄຂງານຕະຫຼາດນັດ ການຄ້າ, ການທ່ອງທຽວ ເຂດຊາຍແດນຈີນ - ຫວຽດນາມ ປີ 2014

ໄຂງານຕະຫຼາດນັດ ການຄ້າ, ການທ່ອງທຽວ ເຂດຊາຍແດນຈີນ - ຫວຽດນາມ ປີ 2014 - ảnh 1
ໄຂງານຕະຫຼາດນັດການຄ້າ, ການທ່ອງທຽວ
ເຂດຊາຍແດນຈີນ - ຫວຽດນາມ ປີ 2014
(ພາບ: baoquangninh.com.vn)


(vovworld) – ວັນ​ທີ 22/12, ຢູ່​ນະຄອນ ດົງ​ຊິງ (ກວາງຊີ, ປະ​ເທດ​ຈີນ), ນະ​ຄອນ​ມ໋ອງກ໋າຍ (​ແຂວງ​ກວາງ​ນິງ, ຫວຽດນາມ) ​ແລະ ນະຄອນ ດົງ​ຊິງ (ກວາງຊີ, ປະ​ເທດ​ຈີນ) ​ໄດ້​​ໄຂ​ງານ​ຕະຫຼາດນັດ​ການ​ຄ້າ - ການທ່ອງ​ທ່ຽວ​ເຂດ​ຊາຍ​ແດນ​ຈີນ - ຫວຽດນາມ (ດົງ​ຊິງ - ມ໋ອງກ໋າຍ) ປີ 2014.

        ງານ​ຕະຫຼາດນັດ​ການ​ຄ້າ - ການທ່ອງ​ທ່ຽວ​ເຂດ​ຊາຍ​ແດນ​ຈີນ - ຫວຽດນາມ (ດົງ​ຊິງ - ມ໋ອງກ໋າຍ) ປີ 2014 ດ້ວຍ​ຫົວ​ຂໍ້​ວ່າ “ໜູນ​ຊ່ວຍ, ​ເຊື່ອມ​ຕໍ່​ເຊິ່ງກັນ ​ແລະ ກັນ - ຮ່ວມ​ມື​ຜ່ານ​ຊາຍ​ແດນ”, ​ໄດ້​ດຶງ​ດູດ​ວິ​ສາ​ຫະກິດ​ເກືອບ 500 ​ແຫ່ງ​ເຂົ້າ​ຮ່ວມ, ​ໃນ​ນັ້ນ ຫວຽດນາມ ມີ​ວິ​ສາ​ຫະກິດ​ກວ່າ 100 ​ແຫ່ງ​ເຂົ້າ​ຮ່ວມ. ທີ່​ງານ​ຕະຫຼາດນັດ, ມີ​ເຂດ​ວາງສະ​ແດງ​ຕາມ​ຫົວ​ຂໍ້ 8 ​ແຫ່ງ, ​​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ບັນດາ​ເຂດ​ແນະນຳ​ໝາກຜົນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ກວາງ​ນິງ ​ແລະ ກວາງຊີ ​ເວົ້າ​ລວມ​ ກໍ​ຄື​ນະຄອນ​ມ໋ອງກ໋າຍ ​ແລະ ດົງ​ຊິງ​ເວົ້າ​ສະ​ເພາະ. ຄຽງ​ຂ້າງ​ການ​ເຄື່ອນ​ໄຫວວາງ​ສະ​ແດງ, ງານ​ຕະຫຼາດນັດ​ປີ​ນີ້ ກໍ່​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ງານ​ວາງສະ​ແດງ; ​ແນ​ະນຳ​ການ​ສົ່ງ​ເສີມ​ດຶງ​ດູດການ​ລົງ​ທຶນ ​ເພື່ອ​ແນ​ໃສ່​ຍູ້​ແຮ​ງການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ - ການທ່ອງທ່ຽວ; ງານ​ບຸນ​ວັດທະນະທຳ​ເຄື່ອງ​​ເຟີ​ນີ​ເຈີ; ງານ​ມະ​ໂຫລານ​ບົນ​ແມ່​ນ້ຳ​ເຂດ​ຊາຍ​ແດນ​ລະຫວ່າງ​ຊາວ​ໜຸ່ມ 2 ປະ​ເທດ.

ຂ່າວ/ບົດ​ອື່ນ