ໄຂງານຕະຫຼາດນັດ ສາກົນແລວເສດຖະກິດ ຕາເວັນອອກ- ຕາເວັນຕົກ-ດ່ານັງ 2013

ໄຂງານຕະຫຼາດນັດ ສາກົນແລວເສດຖະກິດ ຕາເວັນອອກ- ຕາເວັນຕົກ-ດ່ານັງ 2013 - ảnh 1

(ພາບປະກອບ)

(vovworld)-​ຕອນ​ເຊົ້າວັນ​ທີ 8/8, ຢູ່​ນະຄອນ​ດ່າ​ນັງ, ​ໄດ້​ໄຂງານ​ຕະຫຼາດນັດ​ສາກົນ​ການ​ລົງທຶນ, ການ​ຄ້າ, ການ​ບໍລິການ​ແລວ​ເສດຖະກິດ​ຕາ​ເວັນ​ອອກ-​ຕາ​ເວັນ​ຕົກ​-ດ່າ​ນັງ 2013 ຢ່າງ​ເປັນ​ທາງ​ການ. ງານ​ຕະຫຼາດນັດ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງທຶນ, ການ​ຄ້າ ​ແລະ ການທ່ອງ​ທ່ຽວ​ສຳຄັນ​ເພື່ອ​​ໃຫ້​ບັນດາ​ວິ​ສາ​ຫະກິດ​​ໃນແລວ​ເສດຖະກິດ​ຕາ​ເວັນ​ອອກ-​ຕາ​ເວັນ​ຕົກ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ ​ແນະນຳ, ​ໂຄສະນາ​ກ່ຽວ​ກັບ​ພາບ​ພົດປະ​ເທດ​ຊາດ, ປຊຊ, ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ…​ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ເຈິ່ງ​ຕວນ​ແອ​ງ ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ຖື​ວ່າ:

   “ການ​ເຂົ້າຮ່ວມ​ຂອງ​ວິ​ສາ​ຫະກິດ ອົງການ​ຈັດຕັ້ງກ່ວາ 280 ​ແຫ່ງ ຈາກ​ຫຼາຍ​ປະ​ເທດ​ໃນແລວ​ເສດຖະກິດ​ຕາ​ເວັນ​ອອກ-​ຕາ​ເວັນ​ຕົກ ກໍ່​ຄື​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື ​ໄດ້​ສະ​ແດງ​ໃຫ້​ເຫັນ​ພະລັງ​ແຮງ ກໍ່​ຄື​ຄວາມ​ດູດ​ດື່ມ ​ແລະ ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ ຂອງ​ການ​ຮ່ວມ​ມື​ໃນ​ຂອບ​ເຂດແລວ​ເສດຖະກິດ​ຕາ​ເວັນ​ອອກ-​ຕາ​ເວັນ​ຕົກ ​ແລະ ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ….ຂອງ​ດ່າ​ນັງ ກໍ່​ຄື​ຂອງ​ເຂດ​ເສດຖະກິດ​ຈຸດ​ສຸມ​ທາງ​ພາກ​ກາງ “.

 

 

ຂ່າວ/ບົດ​ອື່ນ