ໄຂງານຕະຫຼາດນັດການຄ້າຫວຽດນາມ-ລາວ2015

ໄຂງານຕະຫຼາດນັດການຄ້າຫວຽດນາມ-ລາວ2015 - ảnh 1
(ໄຂງານຕະຫຼາດນັດການຄ້າ ຫວຽດນາມ-ລາວ 2015)

​(vovworld) - ຕອນ​ບ່າຍ​ວັນ​ທີ 02/07, ກະຊວງ​ອຸ​ດສາ​ຫະກຳ​ການ​ຄ້າ​ຫວຽດນາມ ​ໄດ້​ສົມທົບ​ກັບ​ກະຊວງ​ອຸດສາຫະກຳ​ການຄ​້າລາວ ຈັດ​ງານ​ຕະຫຼາດນັດ​ການ​ຄ້າ​ຫວຽດນາມ - ລາວ, ຢູ່​ສູນ​ກອງ​ປະຊຸມ ​ແລະ ວາງສະ​ແດງສາກົນ​ລາວ ທີ່​ນະຄ​ອນຫຼວງ​ວຽງ​ຈັນ, ​ເພື່ອ​ແນ​ໃສ່​ໂຄສະນາ​ເຄື່ອງໝາຍ​ການ​ຄ້າ, ຊຸຸກຍູ້​ການ​ສົ່ງ​ອອກ ​ແລະ ​ເປີດ​ກວ້າງ​ເຄືອ​ຂ່າຍຈຳ​ໜ່າຍ​ສິນຄ້າ​ຫວຽດນາມ ​ເຂົ້າ​ຕະຫຼາດ​ລາວ ​ແລະ ພາກ​ອີສານ​ຂອງໄທ. ງານ​ຕະຫຼາດນັດ​ດຳ​ເນີນ​ໄປ​ໃນ​ລະຫວ່າ​ງວັນທີ 02 – 06/07, ດ້ວຍ​ການ​ເຂົ້າຮ່ວມຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ລາວ, ​ໃນ​ນັ້ນ​ຫວຽດນາມ ມີ​ວິ​ສາ​ຫະກິດ 100 ​ແຫ່ງ​ເຂົ້າ​ຮ່ວມ, ວາງສະ​ແດງ​ບັນດາ​ຜະລິດ​ຕະພັນຄື: ການ​ຢາ ​ແລະ ​ເຄື່ອງ​ອຸປະກອນ​ການ​​ແພດ; ​​ຈັກ​ອຸດສາຫະກຳ, ກໍ່ສ້າງ ​ແລະ ວັດ​ສະ​ດຸ​ກໍ່ສ້າງ; ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ…

  ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ງານ​ຕະຫຼາດນັດ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ​ການຄ​້າຫວຽດນາມ ຫງວຽນ​​ເກີ​ມຕູ ​ໃຫ​້ຮູ້​ວ່າ, ງານ​ຕະຫຼາດນັດ​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິ​ດຫວຽດນາມ ມີ​ໂອກາດ​ໂຄສະນາ​ເຄື່ອງໝາຍ​ການ​ຄ້າ, ຊອກ​ຫາ​ຕະຫຼາດ ​ແລະ ຄວາມ​ຕ້ອງການ​ໃຊ້​​ສອຍ, ຜ່ານ​ນັ້ນ​ສ້າງ​ເຄືອ​ຂ່າຍ​ແຈກ​ຢ່າ​ຍ ​ແລະ ​ຈຳ​ໜ່າຍສິນ​ຄ້າ​ໄປ​ຍັງ​ຕະຫຼາດລາວ ​ແລະ ພາກ​ອີສານ​ຂອງ​ໄທ.

      “ງານ​ຕະຫຼາດນັດ​ປີ​ນີ້ ​ໄດ້​ຮັບ​ການຈັດ​ຕັ້ງ​ດ້ວຍ​ຈຸດປະສົງ​​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ອົງການ​ຄຸ້ມ​ຄອງຂອງ 2 ປະ​ເທດ​ພົບ​ປະກັນ, ​ເພື່ອພ້ອມ​ກັນ​ແລກປ່ຽນ, ຊອກ​ຮູ້​ບັນຫາ​ທີ່​ຍັງ​ຕິດ​ຂັດ​ໃນ​ວິວັດ​ການ​ປະຕິບັດ​ການພົວພັນ​ແລກປ່ຽນ​ສິນ​ຄ້າ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຊອກ​ຮູ້, ພົບ​ປະ​ເຊິ່ງກັນ ​ແລະ ກັນ. ບັນດາ​ງານ​ຕະຫຼາດນັດ​ຄື​ແນວ​ນີ້, ມີ​ຄວາມ​ໝາຍສຳຄັນ​ຍິ່ງ ສຳລັບ​ການ​ພົວພັນ​ທາງ​ການ​ຄ້າ​ລະຫວ່າງ 2 ຝ່າຍ. ​ໃນ​ອະ​ນາ​ຄົດ, ອາດ​ຈະ​ຈັດຫຼາຍ​ງານ​ຕະຫຼາດ​ນັດ​ດ້ວຍ​ຫົວ​ຂໍ້​ແຕກ​ຕ່າງ​ກັນ, ຢູ່​ຫຼາຍ​ແຂວງ​ນະຄອນ​ອື່ນໆ​ອີກ.”

ຂ່າວ/ບົດ​ອື່ນ