ໄຂງານຕະຫຼາດນັດທ່ອງທ່ຽວສາກົນໃຫຍ່ສຸດຢູ່ຫວຽດນາມ

ໄຂງານຕະຫຼາດນັດທ່ອງທ່ຽວສາກົນໃຫຍ່ສຸດຢູ່ຫວຽດນາມ - ảnh 1
ໄຂງານຕະຫຼາດນັດທ່ອງທ່ຽວສາກົນໃຫຍ່ສຸດຢູ່ຫວຽດນາມ

(vovworld) - ​​ງານ​ຕະຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ​ຫວຽດ​ນາມ VITM ຮ່າ​ໂນ້ຍ 2017, ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 6/4 ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ເຫດ​ການ​ທີ່​ພົ້ນ​ເດັ່ນ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດ​ນາມ, ໄດ້​ຈັດ​ຕັ້ງ​​ ໃນ​ເດືອນ 4ເປັນ​ປະ​ຈຳ​ປີ ທີ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ. ເຂົ້າ​ຮ່ວມ VITM ຮ່າ​ໂນ້ຍ​ປີ 2017 ມີ​ວິ​ສາ​ຫະ​ກິດ, ອົງ​ການ​ຄຸ້ມ​ຄອງ, ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ເກືອບ 650 ແຫ່ງ ທີ່​ມາ​ຈາກ 43 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ ແລະ 25 ປະ​ເທດ ແລະ ເຂດ​ແຄ້ວນ​ຄື ສາ​ທາ​ລະ​ນະ​ລັດ​ເກົາຫຼີ, ຍີ່​ປຸ່ນ, ປັກ​ກິ່ງ ( ຈີນ ), ຟີ​ລິບ​ປິ່ນ, ໄທ, ລາວ, ສິງ​ກະ​ໂປ, ລັດ​ເຊຍ…ຈຸດ​ພິ​ເສດ​ຂອງ VITM ປີນີ້​ ແມ່ນເປັນ​ຄັ້ງ​ທຳ​ອິດ​ທີ່​ຢູ່​ງານ​ຕະຫຼາດ​ນັດ​ໄດ້​ດຳ​ເນີນ​ງານ​ມະ​ໂຫລານ​ອາ​ຫານ​ການ​ກິນ​ຄຸ້ມ​ຖະ​ໜົນ​ສາ​ກົນ, ດ້ວຍ​ການ​​ເຂົ້າ​ຮ່ວມຂອງ​ພໍ່​ຄົວ​ທີ່​ມີ​ຊື່​ສຽງ​ພາຍໃນ​ປະ​ເທດ ແລະ ສາ​ກົນ​ນັບ​ສິບໆ​ຄົນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ຮິ່ງ​ຫວິງອ໋າຍ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ຫວຽດ​ນາມ ເນັ້ນ​ໜັກ​ວ່າ:

        “ໃນ​ທ່າ​ອ່ຽງ​ແກ້ງ​ແຍ້ງ ແລະ ​ໂລ​ກາ​ພິ​ວັດ​ຄື​ໃນ​ປະ​ຈຸ​ບັນ, ເພື່ອ​ຮັກ​ສາ ແລະ ເປີດກວ້າງ​ຕະຫຼາດ​ທ່ອງ​ທ່ຽວ, ວຽກ​ງານ​ການ​ສົ່ງ​ເສີມ, ​ການໂຄ​ສະ​ນາ​ນັບ​ມື້​ນັບ​ສວມ​ບົດ​ບາດ​ສຳ​ຄັນ, ມີ​ປັດ​ໃຈ​ເປັນ​ຕາຍ. VITM  ຮ່າ​ໂນ້ຍ​ 2017 ໄດ້​ຢືນ​ຢັນ​ວ່າ ແມ່ນ​ເຫດ​ການ​ທ່ອງ​ທ່ຽວ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ, ດຶງ​ດູດ​ຄວາມ​ສົນ​ໃຈ ແລະ ​ການເຂົ້າ​ຮ່ວມ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ຢ່າງ​ເຂັ້ມ​ງວດ, ບັນ​ດາ​ບໍ​ລິ​ສັດ​ຂົນ​ສົ່ງ​ທີ່​ຢູ່​ພາຍ​ໃນປະ​ເທດ ແລະ ສາ​ກົນ​ກໍ່​ຄື ​ເປັນ​ບ່ອນ​ເພື່ອ​ໃຫ້​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂອງ​ບັນ​ດາ​ທ້ອງ​ຖິ່ນ​ໄດ້​ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ, ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃໝ່ ”

        ງານ​ຕະຫຼາດ​ນັດ VITM-ຮ່າ​ໂນ້ຍ 2017 ຄັ້ງ​ທີ 5 ໄດ້​ຈັດ​ຕັ້ງ​ແຕ່​ວັນ​ທີ 6-9/4

 

ຕອບກັບ

ຂ່າວ/ບົດ​ອື່ນ