ໄຂງານຕະຫຼາດນັດວາງສະແດງ- ການຄ້າເຂດຊາຍແດນປີ 2013

ໄຂງານຕະຫຼາດນັດວາງສະແດງ- ການຄ້າເຂດຊາຍແດນປີ 2013 - ảnh 1

(ພາບປະກອບ:ttxtdt.baclieu.gov.vn)

(vovworld)- ຕອນ​ຄ່ຳ​ວັນ​ທີ 18/4, ຢູ່​ແຂວງ​ອານ​ຢາງ ​ໄດ້​ໄຂ “ງານ​ຕະຫຼາ​ດນັດ​ວາງສະ​ແດງ-ການ​ຄ້າ​ເຂດ​ຊາຍ​ແດນ​ປີ 2013“ ດ້ວຍ​ຫົວ​ເລື່ອງ “ຮ່ວມ​ມື​ພັດທະນາ​ການ​ຄ້າ-​ການທ່ອງທ່ຽວ ​ແລະ ການ​ລົງທຶນ“. ງານ​ຕະຫຼາດນັດ​ໄດ້​ດຶງ​ດູດການ​ເຂົ້າຮ່ວມ​ຂອງວິ​ສາ​ຫະກິດ​ພາຍ​ໃນ​ແຂວງ, ບັນດາ​ແຂວງ​ນະຄອນ​ທາງ​ທິດຕາ​ເວັນ​ອອກ ​ແລະ ທິດຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ ​ແລະ ວິ​ສາ​ຫະກິດ​ກຳປູ​ເຈຍ 74 ​ແຫ່ງ ດ້ວຍຮ້ານ​ວາງສະ​ແດງ​ສິນຄ້າ 200 ຮ້ານ. ​ໃນ​ຂອບ​ເຂດ​ງານ​ຕະຫຼາດນັດ, ຄະນະ​ຈັດຕັ້ງຍັງ​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​​ແນະນຳ​ເຄື່ອງ​ຈັກ​ຮັບ​ໃຊ້​ກະສິກຳ, ​ໃຫ້​ຄຳ​ປຶກສາ​ການ​ເຮັດ​ສວນ, ປູກ​ຕົ້ນ​ໄມ້​ກິນ​ໝາກ, ​ແນະນຳ​​ລາຍການທ່ອງທ່ຽວ​ຊອກ​ຮູ້​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ພາຍ​ໃນ​ແຂວງ ​ແລະ ກຳປູ​ເຈຍ. ງານ​ຕະຫຼາດນັດ​ຈະ​ອັດ​ລົງ​ໃນ​ວັນ​ທີ 23/4 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ