ໄຂງານບຸນ “ສີສັນເຂດພູສູງຢູ່ຮ່າໂນ້ຍປີ2016”

ໄຂງານບຸນ “ສີສັນເຂດພູສູງຢູ່ຮ່າໂນ້ຍປີ2016” - ảnh 1
ວັນ​ບຸນ “ສີ​ສັນ​ເຂດ​ພູ​ສູງ​ຢູ່​ຮ່າ​ໂນ້ຍ​ປີ 2016
ພາບ:internet

(vovworld)-  ຕອນ​ຄ່ຳ​ວັນ​ທີ 21/11 ຢູ່​ຮ່າ​ໂນ້ຍໄດ້​ໄຂ ວັນ​ບຸນ “ສີ​ສັນ​ເຂດ​ພູ​ສູງ​ຢູ່​ຮ່າ​ໂນ້ຍ​ປີ 2016”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ເຫລີມ​ສະ​ຫລອງ ວັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຫວຽດ​ນາມ (23/11), ເພື່ອ​ໂຄ​ສະ​ນາ, ເຊີດ​ຊູ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງວົງ​ຄະ​ນາ​ຍາດ​ບັນ​ດາ​ເຜົ່າ​ຢູ່​ເຂດ​ພູ​ສູງ​ທາງ​ພາກ​ເຫນືອ​ຫວຽດ​ນາມ.  ເຂົ້າ​ຮ່ວມ​ວັນ​ບຸນປີນີ້ ມີ​ຄະ​ນະ​ຜູ້​ຕາງ​ຫນ້າ​ບັນ​ດາ​ເຜົ່າ​ຢູ່ 10 ແຂວງ, ນະ​ຄອນ ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ທີ່​ອຸ​ດົມ​ສົມ​ບູນ, ດູດ​ດື່ມ, ວາດ​ພາບ​ເຖິງ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ບັນ​ດາ​ເຜົ່າ​ຢູ່​ເຂດ​ພູ​ສູງ​ຄື: ​ຕະ​ຫລາດ​ນັດເຂດ​ພູ​ສູງ, ພ້ອມ​ກັບ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ ແລະ ແນະ​ນຳ​ບັນ​ດາ​ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ, ​ວາດ​ພາບ​ໃນ​ງານ​ບຸນ​ຕ່າງໆ. ທ່ານ ເວືອງ​ຢູຍ​ບຽນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ໃຫ້​ຮູ້​ວ່າ:

“ມາດ​ຖານ​ຂອງ​ພວກ​ເຮົາ ແມ່ນ​ເຊີດ​ຊູ​ສີ​ສັນ​ວັດ​ທະ​ນະ​ທຳ​ເປັນ​ຫລາຍ​ຮູບ​ແບບ​ຂອງ​ຫວຽດ​ນາມ. ພວກ​ເຮົາ ມີ​ສີ​ສັນ​ວັດ​ທະ​ນະ​ທຳ​ເປັນ​ເອ​ກະ​ພາບ ແຕ່​ເປັນ​ຫລາຍ​ຮູບ​ຫລາຍ​ແບບ​ຂອງ 54 ຊົນ​ເຜົ່າ​ອ້າຍ​ນ້ອງ. ນີ້​ພຽງ​ແຕ່​ແມ່ນ​ຮູບ​ພາບ​ໂດຍຫຍໍ້ຂອງ​ປະ​ຊາ​ຊົນ​ 10 ເຜົ່າ​ທາງ​ພາກ​ເຫນືອ ແຕ່​ອຸ​ດົມ​ສົມ​ບູນ​ທີ່​ສຸດ.”


ຕອບກັບ

ຂ່າວ/ບົດ​ອື່ນ