ໄຂງານບຸນ ຫວຽດນາມ - ຍີ່ປຸ່ນ 2022

(VOVWORLD) -ໃນຂອບເຂດງານບຸນຍັງດຳເນີນກອງປະຊຸມສຳມະນາ, ການໂອ້ລົມສົນທະນາກ່ຽວກັບການສຶກສາ, ທ່ອງທ່ຽວ, ກິລາ. ໃນການດຳເນີນງານບຸນ 4 ຄືນແຕ່ວັນທີ 14 – 17 ກໍລະກົດ 2022
ໄຂງານບຸນ ຫວຽດນາມ - ຍີ່ປຸ່ນ 2022 - ảnh 1ງານບຸນ ຫວຽດນາມ - ຍີ່ປຸ່ນ 2022
(ພາບ: TTXVN)

ງານບຸນ ຫວຽດນາມ - ຍີ່ປຸ່ນ 2022 ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 14 ກໍລະກົດ, ຢູ່ນະຄອນ ດ່ານັ້ງ. ງານບຸນດຳເນີນໄປດ້ວຍການເຄື່ອນໄຫວວັດທະນະທຳອຸດົມສົມບູນ, ດຶງດູດໃຈຫຼາຍຢ່າງ, ໄດ້ເຕົ້າໂຮມເອົາຫຼາຍວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນເປັນຈຳນວນຫຼາຍ. ພ້ອມກັບບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ງານວາງສະແດງນັ້ນ, ໃນຂອບເຂດງານບຸນຍັງດຳເນີນກອງປະຊຸມສຳມະນາ, ການໂອ້ລົມສົນທະນາກ່ຽວກັບການສຶກສາ, ທ່ອງທ່ຽວ, ກິລາ. ໃນການດຳເນີນງານບຸນ 4 ຄືນແຕ່ວັນທີ 14 – 17 ກໍລະກົດ 2022, ບັນດາຫົວໜ່ວຍຈັດຕັ້ງໄດ້ແນະນຳບັນດາຈຸດວັດທະນະທຳ, ສິລະປະທີ່ເປັນເອກະລັກສະເພາະຂອງ 2 ປະເທດ ຫວຽດນາມ ແລະ ຍີ່ປຸ່ນ. ທ່ານນາງ ໂງທິກິມອຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ, ຫົວໜ້າຄະນະຈັດຕັ້ງງານບຸນ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຫວັງວ່າ, ພວກເພື່ອນຈະສະແດງຈົນສຸດຄວາມສາມາດຂອງຕົນ ເພື່ອແນະນຳໃຫ້ເພື່ອນມິດ ແລະ ນັກທ່ອງທ່ຽວຈຸດຄວາມງາມທີ່ສຸດ, ພົ້ນເດັ່ນທີ່ສຸດກ່ຽວກັບວັດທະນະທຳຂອງກັນ. ນີ້ແມ່ນປະຖົມປັດໃຈເພື່ອໃຫ້ພວກເຮົາສ້າງການຮ່ວມມືລົງເລິກກວ່າໃນຫຼາຍຂົງເຂດໃນອະນາຄົດ”.

        ງານບຸນແມ່ນການເຄື່ອນໄຫວມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ (21 ກັນຍາ 1973 – 21 ກັນຍາ 2022).

ຕອບກັບ

ຂ່າວ/ບົດ​ອື່ນ