ໄຂງານບຸນ ອຽນຕື

ໄຂງານບຸນ ອຽນຕື  - ảnh 1
ຖະຫວາຍທູບທຽນບູຊາພະພຸດ​ເຈົ້າ​ຊີວິດ ​ເຈີ​ນ​ເຍີນຕົງ
(ພາບ: nhandan.com.vn)

   (vovworld)- ວັນ​ທີ 9/2, ງານ​ບຸນ ອຽນ​ຕື ​ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ຕາ​ແສງ ​ເທື້ອງອຽນ​ກົງ ນະຄອນ ອວງບີ້ ຊຶ່ງ​ເປັນ​ການ​ເປີດ​ສາກ​ການ​ເຄື່ອນ​ໄຫວ​ຈັດ​ງານ​ບຸນ​ປີ 2014. ຈຸດ​ທີ່​ພົ້ນ​ເດັ່ນ​ໃນ​ງານ​ບຸນ ອຽນ​ຕື ປີ​ນີ້​ແມ່ນ​ກິດຈະກຳ​ຮູບ​ຫຼໍ່​ພະພຸດ​ເຈົ້າ​ຊີວິດ ​ເຈີ​ນ​ເຍີນຕົງ ​ໄດ້​ຮັບ​ການ​ເປີດ​ສະຫຼອງ ​​ເພ່ືອ​ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ເຫຼື້ອມ​​ໃສ​ຂອງ​ປະຊາຊົນ. ລາຍການ​ໄຂງານ​ບຸນ ອຽນ​ຕື​ລວມມີ​ພິທີ​ໄຂ, ການສະ​ແດງ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ, ພິທີ​ພາວະນາ​ໃຫ້​ປະ​ເທດ​ຊາດ​ມີ​ສັນຕິພາບ, ປະຊາ​ຊົນຢູ່​ເຢັນ​ເປັນ​ສຸກ, ພິທີ​ຈ້ຳ​ກາ​ປະ​ທັບ​ສັກສິດ.... ນອກຈາກ​ນັ້ນ​ກໍ​ຍັງ​ມີ​ຈັດ​ພິທີ​ພາວະນາ​ໃຫ້​ມີ​ໂຊກ​ລາບ, ຮ້ອງ​ຂວັນ​ມາ​ທຽມ​ຄ້ອງ​ບ້າງ....

​ແລະ ກໍ​ໃນທີ່ພິທີ​ໄຂງານ​ບຸນ ອຽນ​ຕື, ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ຄ້ອງ​ບ້າງ 50 ໜ່ວຍ, ​ແຜ່ນ​ຕົວ​ສື​ທີ່​ມີ​ຮູບພະພຸດ​ເຈົ້າ​ຊີວິດ ​ເຈີ​ນ​ເຍີນຕົງ ຖືກ​ຟອກຄຳປິວ 500 ​ແຜ່ນ ​ແລະ ​ເຄື່ອງໝາຍພະພຸດ​ເຈົ້າ​ຊີວິດ ​ເຈີ​ນ​ເຍີນຕົງ ​ເຮັດ​ດ້ວຍ​ທອງ​ແດງ​ຖືກຟອກຄຳປິວ ​ໃຫ້​ແກ່​ບັນດາ​ອົງການ, ຫົວໜ່ວຍ, ສ່ວນ​ບຸກຄົນທີ່​ເປັນຕົວ​ແທນ​ໃນ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ