ໄຂງານບຸນຊ່ວງເຮືອສັດມຸງຄຸນຢູ່ເກາະ ລີເຊີນ (ແຂວງ ກວາງງ້າຍ)

(VOVWORLD) - ງານບຸນຊ່ວງເຮືອດັ່ງກ່າວໄດ້ຈັດຂຶ້ນໃນໂອກາດຕົ້ນປີໃໝ່, ແມ່ນມູນເຊື້ອທີ່ແກ່ຍາວເກືອບ 200 ປີຜ່ານມາ.
ໄຂງານບຸນຊ່ວງເຮືອສັດມຸງຄຸນຢູ່ເກາະ ລີເຊີນ (ແຂວງ ກວາງງ້າຍ) - ảnh 1 (ງານບຸນຊ່ວງເຮືອຢູ່ເມືອງເກາະ ລີເຊີນ)

        ວັນທີ 13 ກຸມພາ (ກົງກັບວັນທີ 4 ບຸນເຕັດປີມະໂລງ 2024), ປະຊາຊົນຢູ່ເມືອງເກາະ ລີເຊີນ, ແຂວງ ກວາງງ້າຍ ໄດ້ຈັດງານບຸນຊ່ວງເຮືອສັດມຸງຄຸມ. ງານບຸນນີ້ຈັດຂຶ້ນຮອດວັນທີ 17 ກຸມພາ (ກົງກັບວັນທີ 8 ບຸນເຕັດ).

        ງານບຸນຊ່ວງເຮືອດັ່ງກ່າວໄດ້ຈັດຂຶ້ນໃນໂອກາດຕົ້ນປີໃໝ່, ແມ່ນມູນເຊື້ອທີ່ແກ່ຍາວເກືອບ 200 ປີຜ່ານມາ. ງານບຸນໄດ້ກາຍເປັນຈຸດດຳເນີນຊີວິດວັດທະນະທຳພິເສດສະເພາະຂອງປະຊາຊົນແຫ່ງບ້ານເກີດເມືອງນອນທະຫານເຮືອ ຮ່ວາງຊາ ບັກຫາຍ ແລະ ໄດ້ນອນໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ.

        ທ່ານ ຫງວຽນແທັງເຟືອງ, ຜູ້ຕາງໜ້າຄະນະຈັດຕັ້ງ ສາລາບ້ານ ອານວິ້ງ, ເມືອງ ລີເຊີນ, ແຂວງ ກວາງງ້າຍ, ໃຫ້ຮູ້ວ່າ, ງານບຸນຊ່ວງເຮືອສັດມຸງຄຸນຍາມຕົ້ນລະດູບານໃໝ່ ສະແດງເຖິງຄວາມຮູ້ບຸນຄຸນບັນພະບຸລຸດໃນການເລີ່ມບຸກເບີກ, ສ້າງເກາະ ລີເຊີນ ໃຫ້ອຸດົມຮັ່ງມີ ແລະ ບັນດາທະຫານເຮືອ ຮ່ວາງຊາ ໃນເມື່ອກ່ອນເດີນທາງຂ້າມທະເລໄປປັກຫຼັກໝາຍທີ່ອະທິປະໄຕເຂດທະເລ, ໝູ່ເກາະຂອງ ຫວຽດນາມ ຢູ່ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ.

ຕອບກັບ

ຂ່າວ/ບົດ​ອື່ນ