ໄຂງານບຸນຍາມລະດູບານໃໝ່ຢູ່ອຽນຕື

ໄຂງານບຸນຍາມລະດູບານໃໝ່ຢູ່ອຽນຕື - ảnh 1
ໄຂງານບຸນ ອຽນຕື໋ (ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 17/2 (ວັນ​ທີ 10 ​ເດືອນ​ຈຽງ), ຢູ່​ເຂດ​ປູຊະນີຍະສະຖານ​ປະຫວັດສາດ ​ແລະ ທັດສະນີ​ຍະ​ພາບ ອຽນ​ຕື, ນະຄອນ ອວງບີ໋, ​ແຂວງ ກວາງ​ນິງ ​ໄດ້​ດຳ​ເນີນ​ພິທີ​ໄຂ​ງານ​ບຸນ ອຽນ​ຕື ປີ 2016 ດ້ວຍ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເຊັ່ນ: ພິທີ​ແຫ່​ເຄື່ອງ​ຂອງ​ບູຊາ, ລາຍການ​ສະ​ແດງ​ສິລະ​ປະ​ພິ​ເສດ, ການ​ຟ້ອນ​ສິງ​ໂຕ, ຕີ​ກອງ, ຕີ​ລະຄັງ, ພິທີ​ພາວະນາ​ຂໍ​​ໃຫ້​ປະ​ເທດ​ຊາດ​ມີ​ສັນຕິພາບ, ປະຊາຊົນ​ຢູ່​ເຢັນ​ເປັນ​ສຸກ, ພິທີ​ຕີ​ກາ​ສັກສິດ ອຽນ​ຕື. ມາ ອຽນ​ຕື ​ໃນ​ໂອກາດ​ນີ້, ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ເຂົ້າ​ຮ່ວມ​ການ​ລະ​ຫຼິ້ນ​ພື້ນ​ເມືອງ​ຕ່າງໆ, ​ແລະ ຊົມ​ດອກ​ເໝີຍ​ເຫຼືອງ​ຢູ່ ​ອຽນ​ຕືອີກ. ງານ​ບຸນ​ນີ້​ຈະ​ແກ່ຍາວ​ເປັນ​ເວລາ 3 ​ເດືອນ.

ຂ່າວ/ບົດ​ອື່ນ