ໄຂງານບຸນດອກຝາງແດງ- ຫາຍຟ່ອງ 2022

(VOVWORLD) -ງານບຸນດອກຝາງແດງ- ຫາຍຟ່ອງ 2022 ແມ່ນເຫດການສຳຄັນ ເພື່ອໂຄສະນາແນະນຳພາບພົດ, ສ້າງເຄື່ອງໝາຍການຄ້າ, ຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງ ຫາຍຟ່ອງ
ໄຂງານບຸນດອກຝາງແດງ- ຫາຍຟ່ອງ 2022 - ảnh 1(ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມພິທີໄຂງານບຸນ)

ພາຍຫຼັງ 2 ປີຖືກໂຈະໄວ້ຍ້ອນໂລກລະບາດໂຄວິດ-19, ງານບຸນດອກຝາງແດງ- ຫາຍຟ່ອງ 2022 ດ້ວຍຫົວຂໍ້ “ຫາຍຟ່ອງ ຈຸດນັດພົບທີ່ປະສົບຜົນສຳເລັດ” ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 13 ພຶດສະພາ, ຢູ່ສະໜາມໂຮງລະຄອນ ຫາຍຟ່ອງ, ຕິດພັນກັບພິທີສະເຫຼີມສະຫຼອງ 67 ປີແຫ່ງວັນປົດປ່ອຍ ຫາຍຟ່ອງ (13 ພຶດສະພາ 1955 – 13 ພຶດສະພາ 2022). ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມພິທີໄຂງານບຸນ.

        ກ່າວຄຳເຫັນໄຂງານບຸນ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ຫງວຽນວັນຕຸງ ຢືນຢັນວ່າ: ຍາມໃດ ຫາຍຟ່ອງ ກໍ່ແມ່ນເຂດດິນແດນມີທີ່ຕັ້ງຍຸດທະສາດສຳຄັນ. ໃນຊຸມປີມໍ່ໆມານີ້, ຫາຍຟ່ອງ ໄດ້ພັດທະນາຢ່າງແຮງ ແລະ ບຸກທະລຸ. ດັດຊະນີແກ່ງແຍ້ງຂັ້ນແຂວງ (PCI) ປີຕໍ່ໄປສູງກວ່າປີຜ່ານມາ ແລະ ປີ 2021 ໄດ້ຈັດຢູ່ອັນດັບທີ 2/63 ແຂວງ, ນະຄອນ.

        ງານບຸນດອກຝາງແດງ- ຫາຍຟ່ອງ 2022 ແມ່ນເຫດການສຳຄັນ ເພື່ອໂຄສະນາແນະນຳພາບພົດ, ສ້າງເຄື່ອງໝາຍການຄ້າ, ຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງ ຫາຍຟ່ອງ; ຊຸກຍູ້ການຫັນເປັນຫຼາຍຮູບຫຼາຍແບບ ແລະ ຍົກສູງຄຸນນະພາບບັນດາຜະລິດຕະພັນທ່ອງທ່ຽວ ປະກອບສ່ວນພັດທະນາເສດຖະກິດ - ສັງຄົມຂອງນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ