ໄຂງານບຸນຖະຫນົນດອກໄມ້ຫງວຽນເຫ້ວຢູ່ນະຄອນໂຮ່ຈິມີນ

ໄຂງານບຸນຖະຫນົນດອກໄມ້ຫງວຽນເຫ້ວຢູ່ນະຄອນໂຮ່ຈິມີນ - ảnh 1
ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງເຂົ້າຮ່ວມງານ​ບຸນ​ຖະຫນົນ​ດອກ​ໄມ້
ພາບ:tuoitre.vn

(vovworld)- ຕອນ​ຄຳ່​ວັນທີ 28/1, ຢູ່ ນະຄອນ​ໂຮ່ຈິ​ມີນ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ການ​ນຳ​ບັນດາ​ກະຊວງ, ຂະ​ແຫນງ​ການ​ສູນ​ກາງ, ນະຄອນ​ໂຮ່ຈິ​ມີນ ​ໄດ້​ເຂົ້າ​ຮ່ວມ ​ແລະ ຕັດ​ແຖບ​ຜ້າ​ໄຂ​ງານ​ບຸນ​ຖະຫນົນ​ດອກ​ໄມ້ ຫງວຽນ​​ເຫ້ວ.  ດ້ວຍ​ຫົວ​ຂໍ້​ວ່າ: ນະຄອນ​ໂຮ່ຈິ​ມີນ- ນະຄອນ​ທີ່​ຮັກ​ແພງ, ງານ​ບຸນ​ປີ​ນີ້ ສືບ​ຕໍ່​​ສ່ອງ​ແສງ​​ໃຫ້​​ເຫັນນະຄອນ​ທີ່​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ທັນ​ສະ​ໄຫມ. ກ່ອນ​ຫນ້າ​ນັ້ນ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ ງານ​ບຸນ​ຖະຫນົນ​ປື້​ມປີ​​ໃຫມ່​ປີ​ມະ​ເມຍ 2014. ງານ​ບຸນ​ໄດ້​ແນະນຳ 4 ຫົວ​ເລື່ອງ​ສະ​ເພາະ​ຄື: ປື້​ມ ​ແລະ ວັດທະນະທຳ; ປື້​ມ ​ແລະ ພູມ​ປັນຍາ; ປື້ມ ກັບ​ອະທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ ​ແລະ ປື້​ມ​ໄດ້​ຮັບ​ການ​ນິຍົມ​ກວ່າ​ໝູ່​ຈາກ​ຜູ້​ອ່ານ. ນອກ​ນັ້ນ ຍັງ​ມີ​ປື້​ມ​ແນະນຳ​ກ່ຽວ​ກັບ​ອະທິປ​ະ​ໄຕ​ເຂດ​ຊາຍ​ແດນ, ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ