ໄຂ​ງານ​ບຸນ​ທ່ອງ​ທ່ຽວ​ທະ​ເລ​ແຂວງ ຮ່າ​ຕິງ ປີ 2024

(VOVWORLD) - ຕອນຄ່ຳວັນທີ 21 ເມສາ, ຢູ່ສະໜາມຫຼວງ ໂຮ່ຕຸງເມົ້າ (ເຂດທ່ອງທ່ຽວ ທຽນເກີ່ມດ ເມືອງ ເກີມຊວຽນ), ຄະນະກຳມະການປະຊາຊົນແຂວງ ຮ່າຕິງ ໄດ້ຈັດພິທີໄຂງານບຸນທ່ອງທ່ຽວທະເລປີ 2024 ດ້ວຍຫົວຂໍ້ “ຮ່າຕິງ -  ສຽງດົນຕີແຫ່ງວັນແດດໃໝ່”.
ໄຂ​ງານ​ບຸນ​ທ່ອງ​ທ່ຽວ​ທະ​ເລ​ແຂວງ ຮ່າ​ຕິງ ປີ 2024 - ảnh 1ລາຍການສະແດງສິລະປະໃນພິທີໄຂ (ພາບ: TTXVN)

ພິທີໄຂລວມມີລາຍການສະແດງສິລະປະທີ່ເປັນເອກະລັກ ໂດຍມີການເຂົ້າຮ່ວມຂອງນັກສິລະປິນຊື່ດັງ ແລະ ການຍິງບັ້ງໄພດອກສິລະປະໄລຍະຕ່ຳ ໃນເວລາ 15 ນາທີ. ກ່າວຄຳເຫັນໄຂງານບຸນ, ທ່ານ ເລງອກເຈົາ ຮອງປະທານຄະນະກຳມະການປະຊາຊົນແຂວງ ຮ່າຕິງ ເນັ້ນໜັກວ່າ:

              “ມາຢາມ ຮ່າຕິງ - ເຂດດິນແດນທີ່ມີປະຊາຊົນໃຈດີ, ສະໜິດສະໜົມ ແລະ ຮັກແພງແຂກຄົນ. ປະຊາຊົນແຕ່ລະຄົນ ຈະເປັນຜູ້ນຳທ່ຽວທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບເພື່ອນຳມາເຊິ່ງການຄົ້ນຫາຕົວຈິງທີ່ຍາກຈະຫຼົງລືມໄດ້ສຳລັບແຂກທ່ອງທ່ຽວ”.

               ແຂວງ ຮ່າຕິງ ມີຝັ່ງທະເລຍາວເກືອບ 140 km ແຕ່ເມືອງ ງິຊວັນ ຮອດ ເມືອງ ກິ່ແອັງ ດ້ວຍບັນດາຫາດຊາຍທະເລທີ່ມີຊື່ສຽງຄື: ທຽນເກີ່ມ, ແຮວ່ງເຊີນ, ກີ່ນິງ, ແທັກຫາຍ… ສະເພາະ ທຽນເກີ່ມ ແມ່ນໜຶ່ງໃນບັນດາຫາດຊາຍທະເລທີ່ສວຍງາມທີ່ສຸດຢູ່ເຂດຕອນເໜືອພາກກາງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ