ໄຂງານບຸນບ້ານແຊນປີ 2019

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19/05/1890 – 19/05/2019), ຕອນຄ່ຳວັນທີ 17 ພຶດສະພາ, ທີ່ສະໜາມກິລາບ້ານແຊນ, ຕາແສງ ກິມລຽນ, ຄະນະກຳມະການປະຊາຊົນແຂວງ ເງະອານ ແລະ ເມືອງ ນາມດ່ານ ໄດ້ຈັດຕັ້ງພິທີໄຂງານບຸນບ້ານແຊນປີ 2019. 
ໄຂງານບຸນບ້ານແຊນປີ 2019 - ảnh 1 ພິທີໄຂງານບຸນບ້ານແຊນປີ 2019 (ພາບ: TTXVN)

ລາຍການສະແດງສິລະປະ “ຖະຫວາຍເພິ່ມບົດແພງບ້ານເກີດເມືອງນອນ” ໄດ້ຮັບການຈັດຕັ້ງຢ່າງພິຖີພິຖັນ ດ້ວຍການເຂົ້າຮ່ວມຂອງນັກສິລະປິນກ່ວາ 700 ຄົນທີ່ມາຈາກ 11 ກອງສິລະປະມະຫາຊົນໃນແຂວງ ແລະ 11 ກອງສິລະມືອາຊີບ. ທ່ານ ເລມິງທົງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເງະອານ ໃຫ້ຮູ້ວ່າ:

        “ງານບຸນບ້ານແຊນແມ່ນເຫດການວັດທະນະທຳທີ່ມີຄວາມໝາຍສຳຄັນໃນຊີວິດການເປັນຢູ່ທາງດ້ານຈິດໃຈຂອງປະຊາຊົນ. ສະເຫຼີມສະຫຼອງ 129 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ແລະ ພິທີໄຂງານບຸນບ້ານແຊນ 2019 ຢູ່ບ້ານເກີດເມືອງນອນຂອງເພິ່ນ ແມ່ນໂອກາດເພື່ອໃຫ້ປະຊາຊົນທົ່ວປະເທດເວົ້າລວມ, ອົງຄະນະພັກ ແລະ ປະຊາຊົນແຂວງ ເງະອານ ເວົ້າສະເພາະ ສະແດງຄວາມເຄົາລົບນັບຖື, ຮູ້ບູນຄູນຢ່າງລົ້ນເຫຼືອຕໍ່ເພິ່ນ. ຜ່ານການເຄື່ອນໄຫວຂອງງານບຸນ, ກໍ່ແມ່ນໂອກາດເພື່ອໃຫ້ພວກເຮົາມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ວາ ກ່ຽວກັບຊີວິດການເປັນຢູ່ ແລະ ພາລະກິດການປະຕິວັດຂອງປະທານໂຮ່ຈີມິນ ຜູ້ນຳຍິ່ງໃຫຍ່, ປະກອບສ່ວນຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມຄຸນສົມບັດ, ແບບແຜນການດຳລົງຊີວິດຂອງເພິ່ນ.

        ງານບຸນບ້ານແຊນ 2019 ໄດ້ດຳເນີນໃນລະຫວ່າງແຕ່ວັນທີ 16 ຫາວັນທີ 19 ພຶດສະພາ ດ້ວຍບັນດາການເຄື່ອນໄຫວໄດ້ຈັດຕັ້ງຢູ່ເມືອງ ນາມດ່ານ, ນະຄອນ ວິງ, ແຂວງ ເງະອານ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ