ໄຂງານບຸນປຶ້ມ ຮ່າໂນ້ຍຄັ້ງທີ 4

(VOVWORLD) - ຕອນເຊົ້າວັນທີ 22 ກັນຍາ, ຢູ່ສູນອະນຸລັກຮັກສາມໍລະດົກ ທັງລອງ - ຮ່າໂນ້ຍ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດພິທີໄຂງານບຸນປຶ້ມ ຮ່າໂນ້ຍ ຄັ້ງທີ 4,

ໄຂງານບຸນປຶ້ມ ຮ່າໂນ້ຍຄັ້ງທີ 4 - ảnh 1 ໄຂງານບຸນປຶ້ມ ຮ່າໂນ້ຍຄັ້ງທີ 4

(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 63 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954-10/10/2017). ກ່າວຄວາມເຫັນທີ່ພິທີໄຂງານບຸນ, ທ່ານ ໂງວັນກວີ໋, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ໃນອະນາຄົດມໍ່ໆນີ້, ຮ່າໂນ້ຍ ຈະຈັດຕັ້ງບັນດາງານບຸນປຶ້ມສາກົນ, ສະນັ້ນເພື່ອນຜູ້ອ່ານ ແລະ ບັນດາຫົວໜ່ວຍພິມຈຳໜ່າຍຂອງນະຄອນຫຼວງເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ ຈະມີໂອກາດໄດ້ພົບປະແລກປ່ຽນ, ໂຄສະນາ ແລະ ຮ່ວມມືກັບບັນດາເຄື່ອງໝາຍການຄ້າ ແລະ ກຸ່ມບໍລິສັດພິມຈຳໜ່າຍໃຫຍ່ທີ່ມີເຕັກໂນໂລຢີກ້າວໜ້າຫຼາຍກວ່າ. ພ້ອມທັງປະກອບສ່ວນໂຄສະນາວັດທະນະທຳ ຫວຽດນາມ ເຖິງປະເທດຕ່າງໆ ແລະ ເປັນຂົວຕໍ່ນຳເອົາຈຸດຍອດຢ້ຽມດ້ານວັດທະນະທຳຂອງປະເທດຕ່າງໆເຂົ້າ ຫວຽດນາມ“.

        ໃນ 5 ວັນທີ່ດຳເນີນງານບຸນປຶ້ມນັ້ນ ຍັງມີການເຄື່ອນໄຫວອື່ນໆຫຼາຍຢ່າງຄືການໂອ້ລົມສົນທະນາ, ການພົບປະແລກປ່ຽນລະຫວ່າງຜູ້ອ່ານກັບນັກປະພັນ, ນັກຄົ້ນຄ້ວາ, ນັກທຸລະກິດກ່ຽວກັບຫົວຂໍ້ເລີ່ມທຸລະກິດ; ການບໍລິຈາກ, ມອບປຶ້ມໃຫ້ບັນດາຫໍສະໝຸດໂຮງຮຽນ ແລະ ສຳນັກໄປສະນີວັດທະນະທຳຕາແສງໃນເຂດພູດອຍ, ຕາແສງທີ່ຍັງປະສົບກັບຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ