ໄຂງານບຸນປື້ມບຸນເຕັດປີວອກ2016ຢູ່ນະຄອນໂຮ່ຈິມິນ

ໄຂງານບຸນປື້ມບຸນເຕັດປີວອກ2016ຢູ່ນະຄອນໂຮ່ຈິມິນ - ảnh 1
ໄຂງານບຸນປື້ມບຸນເຕັດປີວອກ2016ຢູ່ນະຄອນໂຮ່ຈິມິນ
(ພາບ: baogiaothong)

(vovworld) –​ ວັນ​ທີ 05/02, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ຈັດ​ພິ​ທີ​ໄຂ​ງານ​ບຸນຖະ​ໜົນ​ປື້ມ​ບຸນ​ປີ​ໃໝ່​ປີ​ວອກ 2016 ໃນ​ຖະ​ໜົນ​ສາຍ ມາກ​ທິ​ເບືອຍ - ຫງວຽນ​ເຫ້ວ - ໂງ​ດຶກ​ເກ໋ ດ້ວຍ​ຫົວ​ຂ​ໍ້​ວ່​າ “ນະ​ຄອນ​ໂຮ່​ຈິ​ມິນ ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ເຊື່ອມ​ໂຍງ ແລະ ພັ​ດ​ທະ​ນາ”. ຖະ​ໜົນ​ປື້ມ​​ຖືກ​​ໄຂ​ຂຶ້ນເພື່ອ​ຮັບ​ໃຊ້ປະ​ຊາ​ຊົນ​ນະ​ຄອນ ແລະ ນັກ​ທ່ອງ​ທ່ຽວ​ແຕ່ນີ້​ຮອດ​ວັນ​ທີ 12/02. ນີ້​ແມ່ນ​​ບ່ອນ​ທີ່​ສະ​ຫງວນ​ໃຫ້​ຜູ້​ມັກ​ອ່ານ​ປື້ມ​ມາ​ເຂດ​ໃຈ​ກາງ​ນະ​ຄອນ​ໃນ​ໂອ​ກາດ​ຕົ້​ນ​ລະ​ດູ​ບານ​ໃໝ່. ງານ​ບຸນ​ຖະ​ໜົນ​ດອກ​ໄມ້​ຖືກ​ຈັດ​ຂຶ້ນ​ປະ​ຈຳ​ປີ ແລະ ໄດ້​ກາຍ​ເປັນ​ຈຸດ​ວັດ​ທະ​ນະ​ທຳ​ຂອງ​ນະ​ຄອນ​ໃນ​ໂອ​ກາດ​ບຸນ​ເຕັດ​ວຽນ​ມາ.

ຂ່າວ/ບົດ​ອື່ນ