ໄຂງານບຸນລະດູບານໃໝ່ຢູ່ເຂດປູຊະນີຍະສະຖານແຫ່ງຊາດ ພິເສດ ອານຟູ້, ແຂວງ ຫາຍເຢືອງ

(VOVWORLD) -  ພາຍຫຼັງພິທີໄຂງານບຸນ, ບັນດາຜູ້ແທນ ແລະ ປະຊາຊົນໄດ້ເຂົ້າຮ່ວມການຖະຫວາຍທູບທຽນ ອາໄລຫາຢູ່ວິຫານ ກາວອານຟູ້
 
ໄຂງານບຸນລະດູບານໃໝ່ຢູ່ເຂດປູຊະນີຍະສະຖານແຫ່ງຊາດ ພິເສດ ອານຟູ້, ແຂວງ ຫາຍເຢືອງ - ảnh 1ພິທີໄຂງານບຸນ
(ພາບ:Tiến Vĩnh/TTXVN)

ວັນທີ 29 ມັງກອນ, ຢູ່ເຂດ ປູຊະນີຍະສະຖານແຫ່ງຊາດພິເສດ ອານຟູ້, ເທດສະບານ ກິງມົນ, ແຂວງ ຫາຍເຢືອງ ໄດ້ໄຂງານບຸນລະດູບານໃໝ່ປີແມວ 2023 - ເຊິ່ງເປັນການເຄື່ອນໄຫວປະຈຳປີເມື່ອບຸນປີໃໝ່ວຽນມາ.

        ພາຍຫຼັງພິທີໄຂງານບຸນ, ບັນດາຜູ້ແທນ ແລະ ປະຊາຊົນໄດ້ເຂົ້າຮ່ວມການຖະຫວາຍທູບທຽນ ອາໄລຫາຢູ່ວິຫານ ກາວອານຟູ້. ໃນຄ່ຳຄືນວັນທີ 1 ກຸມພາ 2023, ຢູ່ວິຫານ ກາວອານຟູ້ ຈະຈັດພິທີສວດມົນພາວະນາຂໍໃຫ້ປະຊາຊົນມີຄວາມສະຫງົບສຸກ. ໃນວັນທີ 21 ແລະ 22 ກຸມພາ 2023, ຢູ່ວິຫານແຫ່ງນີ້ຈະດຳເນີນພິທີເຫຼື້ອມໃສບູຊາພະແມ່ຂອງຊາວ ຫວຽດນາມ ຂອງນັກສິລະປະການ  14 ຄົນຢູ່ຕ່າງແຂວງ ແລະ ແຂວງ ຫາຍເຢືອງ.

ຕອບກັບ

ຂ່າວ/ບົດ​ອື່ນ