ໄຂງານບຸນວິຫານຮຸ່ງ, ສັບປະດາວັດທະນະທຳ - ທ່ອງທ່ຽວເຂດດິນແດນບ້ານເກີດເມືອງນອນປີ 2023

(VOVWORLD) - ດ້ວຍມໍລະດົກບໍ່ເປັນວັດຖຸ 15 ແຫ່ງໂດຍ UNESCO ຮັບຮູ້ນັ້ນ, ຫວຽດນາມ ແມ່ນໜຶ່ງໃນຈຳນວນປະເທດຮັ່ງມີດ້ານຊັບພະຍາກອນວັດທະນະທຳປະຊາຄົມທີ່ເປັນເອກະລັກສະເພາະທີ່ສຸດໃນໂລກ
ໄຂງານບຸນວິຫານຮຸ່ງ, ສັບປະດາວັດທະນະທຳ - ທ່ອງທ່ຽວເຂດດິນແດນບ້ານເກີດເມືອງນອນປີ 2023 - ảnh 1ການສະແດງສິລະປະທີ່ພິທີໄຂ
(ພາບ:VOV)

ຕອນຄ່ຳວັນທີ 21 ເມສາ, ຢູ່ສະໜາມຫຼວງ ຮຸ່ງເວືອງ, ນະຄອນ ຫວຽດຈີ່, ແຂວງ ຝູເທາະ ໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຈັດພິທີໄຂງານບຸນ ວິຫານຮຸ່ງ, ສັບປະດາວັດທະນະທຳ - ທ່ອງທ່ຽວ ເຂດດິນແດກບ້ານເກີດເມືອງນອນ 2023; ງານມະໂຫລານທົ່ວປະເທດ ມໍລະດົກວັດທະນະທຳບໍ່ເປັນວັດຖຸໂດຍອົງການ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ຮັບຮູ້ ແລະ ສະເຫຼີມສະຫຼອງ 20 ປີແຫ່ງວັນປະຕິບັດສົນທິສັນຍາ 2003 ຂອງ UNESCO.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຊີ້ແຈ້ງວ່າ: ດ້ວຍມໍລະດົກບໍ່ເປັນວັດຖຸ 15 ແຫ່ງໂດຍ UNESCO ຮັບຮູ້ນັ້ນ, ຫວຽດນາມ ແມ່ນໜຶ່ງໃນຈຳນວນປະເທດຮັ່ງມີດ້ານຊັບພະຍາກອນວັດທະນະທຳປະຊາຄົມທີ່ເປັນເອກະລັກສະເພາະທີ່ສຸດໃນໂລກ. ເພື່ອປຸກລຸກຄວາມມຸ່ງຫວັງແຫ່ງການພັດທະນາປະເທດຊາດວັດທະນາຖາວອນ, ສ້າງກຳລັງແຮງສັງລວມຂອງທົ່ວປວງຊົນ, ຄວນສຸມໃສ່ສ້າງສຳເລັດແຜນນະໂຍບາຍ, ນະໂຍບາຍ, ສ້າງສະພາບແວດລ້ອມທີ່ສະດວກເພື່ອຊຸກຍູ້, ດຶງດູດບັນດາແຫຼ່ງກຳລັງຈາກສັງຄົມໃຫ້ແກ່ການພັດທະນາວັດທະນະທຳ, ນຳຊັບພະຍາກອນວັດທະນະທຳກາຍເປັນກຳລັງພັດທະນາປະເທດຊາດ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ, ຖືວ່າ:

“ຂ້າພະເຈົ້າໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍແຂວງ ຝູເທາະ ໃນການອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ພົ້ນເດັ່ນ; ພິເສດ ໄດ້ພ້ອມກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, UNESCO ມີຂໍ້ລິເລີ່ມເຊື່ອມຕໍ່ບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸ ເນື່ອງໃນໂອກາດງານບຸນວິຫານຮຸ່ງ ແລະ ສັບປະດາວັດທະນະທຳ - ທ່ອງທ່ຽວເຂດດິນແດນບ້ານເກີດເມືອງນອນ ປີນີ້. ຂ້າພະເຈົ້າສະເໜີໃຫ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ຄະນະກຳມະການປະຊາຊົນແຂວງ ຝູເທາະ ຮັບປະກັນບັນດາເງື່ອນໄຂດີທີ່ສຸດເພື່ອໃຫ້ບັນດານັກສິລະປິນ, ນັກສິລະປະກອນ ປະຊາຊົນ ມີບ່ອນປະດິດສ້າງ, ສະແດງ; ແຂກທ່ອງທ່ຽວ ອາດສາມາດໄດ້ຄົ້ນຫາບັນດາຄຸນຄ່າວັດທະນະທຳຂອງຊາດ, ພ້ອມທັງນຳພາບພົດຂອງ ຫວຽດນາມ ມາກັບເພືຶ່ອນມິດສາກົນຫຼາຍກ່ວາອີກ”.

 

ຕອບກັບ

ຂ່າວ/ບົດ​ອື່ນ