ໄຂງານບຸນວິຫານເຈີນ, ແຂວງນາມດິ້ງ ໃນໂອກາດລະດູບານໃໝ່ປີມະແມ

ໄຂງານບຸນວິຫານເຈີນ, ແຂວງນາມດິ້ງ ໃນໂອກາດລະດູບານໃໝ່ປີມະແມ - ảnh 1
ໄຂງານບຸນວິຫານເຈີນ, ແຂວງນາມດິ້ງ ໃນໂອກາດລະດູບານໃໝ່ປີມະແມ
(ພາບ: TTXVN)


(vovworld) – ຄໍ່າ​ຄືນ​ວັນ​ທີ 14 ​ເດືອນ​ຈ່ຽງ (ກົງ​ກັບ​ວັນ​ທີ 04/03), ​ງານນ​ບຸນວິຫານເຈີນຢູ່​ນະຄອນ ນາມ​ດິງ ລະດູບານໃໝ່ປີ​ມະ​ແມ 2015, ​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດຕາມ​ປະ​ເພ​ນີ. ​ເຂົ້າ​ຮ່ວມ ​ແລະ ຖະຫວາຍ​ທູບ​ທຽນມີ​ທ່ານ​ປະທານ​ຄະ​ນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ, ພ້ອມ​ກັບ​ພໍ່​ແມ່​ປະຊາຊົນ​ພາຍ​ໃນ​ແຂວງ ​ແລະ ຕ່າງ​ແຂວງ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

        ອ່ານ​ສູນ​ທອນ​ພົດທີ່​ພິທີ, ທ່ານ ຫງວຽນ​ວັນ​ວາ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ນາມ​ດິງ, ​ເນັ້ນ​ໜັກ​ວ່າ.

        “ພວກ​ເຮົາ​ຈັດ​ຕັ້ງ​ພິທີ​ຖະຫວາຍ​ທູບ​ທຽນໄຂ​ງານ​ບຸນວິຫານເຈີນ ຕົ້ນ​ລະດູບານ​ໃໝ່ ຄື​ດັ່ງ​ປຸ່ຍ່າ​ຕາ​ຍາຍ​​ເຄີຍເຮັດ, ​ເພື່ອ​ສືບ​ຕໍ່​ແນວ​ຄວາມຄິດດ້ານ​ວັດທະນະທຳ​ມະນຸດ, ຄຸນຄ່າ​ມູນ​ເຊື້ອ​ສ້າງສາ ​ແລະ ປົກປັກ​ຮັກສາ​​ປະ​ເທດ​ຊາດ. ນີ້ກໍ່​ແມ່ນ​ໂອກາດ​ເພື່ອ​ຮັກສາ​ສີສັນ​ວັດທະນະທຳ​ຂອງ​ບ້ານ​ເກີ​ດ​ເມືອງ​ນອນ. ຄະນະ​ຈັດ​ຕັ້ງ​ໄດ້ມອບ​ໃຫ້​ແຕ່​ລະ​ດົນ, ​ແຕ່​ລະ​ຄອບຄົວກາ​ປະ​ທັບ​ໂຊກ​ດີ​ໃນ​ຍາມ​ຕົ້ນ​ປີ​ໃໝ່ ຄື​ດັ່ງ​ເພີ່ມ​ກຳລັງ​ແຮງ​ດ້ານ​ຈິດ​ໃຈ​ສາມັກຄີ​ຂອງ​ທົ່ວ​ປວງ​ຊົນ, ພ້ອມ​ກັນ​ຮ່ວມ​​ແຮງ​ຮ່ວມ​ໃຈ​ສ້າງສາ​ປະ​ເທດ​ຊາດ ​ແລະ ບ້ານ​ເກີດ​ເມືອງ​ນອນ​ໃຫ້​ນັບ​ມື້​ນັບ​ເຂັ້ມ​ແຂງ, ວັດທະນາ​ຖາ​ວອນ.”

ຂ່າວ/ບົດ​ອື່ນ